ຈາກຜູ້ໃຊ້ເຟສບຸກຊື່Tou Bouphachan ໄດ້ໂພສໃນວັນທີ 29/11/2022 ວ່າ: ຟັງທາງນີ້ກ່ອນ ເລື່ອງມີຢູ່ຫວາ ມື້ວານຂ້ອຍກັບແຟນຂ້ອຍໄດ້ໄປງານຮັບໃບປະກາດອ້າຍ ເອົາລົດຈັກໄປ ແຕ່ຂ້ອຍກັບແຟນໄປຄົນລະເທື່ອ ພໍດີຄົນລະຄັນ ຫຼັງຈາກເລີກງານປະມານ 11′ ໄດ້ພາກັນກັບ ຂ້ອຍໃຫ້ແຟນອອກໜ້າກ່ອນ
ລະຂ້ອຍຂີ່ຕາມຫຼັງ ໃກ້ສິມາຮອດໜ້າຮ່ອມທາງໃຫຍ່ ເສັ້ນທາງບ້ານໜອງແຕ່ງ ໄດ້ມີໄວລຸ້ນ 2 ຄົນປອມເປັນຕຳຫຼວດ ( ໂຈນ ) ໄດ້ຂີ່ລົດມາທາງກາງທາງ ເປັນທາງໃນຮ່ອມກວ້າງພໍປະມານ ແຕ່ມືດ ແລ້ວມັນດັກທາງບອກໃຫ້ພວກຂ້ອຍ ຈອດກ່ອນເດີ້ຈອດກ່ອນເດີ້ ພໍດີເກີດນາທີສຸກເສີນ ວິນາທີນັ້ນຂ້ອຍຮູ້ເລີຍຫວາແມ່ນໂຈນ ແຟນຂ້ອຍເກືອບເສຍຫຼ່ຽມ ເກືອບຈອດລົດໃຫ້ມັນ ຂ້ອຍເລີຍຮ້ອງໃສ່ແຟນສຸດແຮງຫວາ ບິດລົດໂລດ ມັນບໍ່ແມ່ນຕຳຫຼວດ
ມັນມີອາວຸດມານຳກະຄື ຄ້ອນສ໋ອດ ກັບ ກະບອງໄຟສີແດງຂອງຕຳຫຼວດ ແຕ່ໂຊກຍັງດີຂີ່ອອກຈາກມັນມາໄດ້ ແລະໂຊກດີໄປກ່ອນນັ້ນ ໜ້າຮ່ອມບໍ່ມີລົດໃຫຍ່ຜ່ານມາ ມີລົດຈັກ ຄັນດຽວພໍດີສວນກັນ ລະຂ້ອຍກັບແຟນກະໄດ້ຂີ່ມາທາງໃຫຍ່ ກ່ອນສິຮອດໄຟແດງວ່າສິຈອດບ່ອນມີຄົນຫຼາຍໆ ແລ້ວຮ້ອງຂໍຄວາມຊ່ວຍເຫຼືອ ແຕ່ເວລານັ້ນບໍ່ມີໃຜເລີຍໜ້າທາງ ເລີຍໄດ້ພາກັນຂີ່ມາທາງໄຟແດງທາງດ່ວນ ຈົນມັນບໍ່ໄລ່ນຳລະກະຮອດບ້ານປອດໄພດີ ບຸນລອດອີລີເທື່ອນິ ຖ້າແຟນຂ້ອຍຈອດບໍ່ຮູ້ເລີຍຫວາສິເກິດຫຍັງຂຶ້ນ
ແລະເລື່ອງນີ້ສອນໃຫ້ເຮົາຮູ້ເລີຍຫວາ ໄປໃສຢ່າປະມາດ ແລະຢ່າກັບເດິກຫຼາຍ ບໍ່ວ່າໃນຮ່ອມ ຫຼື ທາງໃຫຍ່ ມີທຸກຮູບແບບ ນົກຕໍ່ແນວໃດກະມີ ຝາກເຕືອນໄວ້ເປັນອຸທາຫອນແນ່ເດີ້ ບໍ່ຄິດວ່າສິເຈິກັບໂຕເອງຈົນໄດ້ ແຕ່ໃນໃຈກະລະແວງຢູ່ຕະຫຼອດເລື່ອງແບບນິສິ່ງທີ່ຄວນເອົາໄປຕິດໂຕຕະຫຼອດ : ໝວກກັນນ໋ອກ ກັບເສື້ອແຂນຍາວ ຂາດບໍ່ໄດ້ເດີ້
ຂໍ້ຫ້າມ: ຢ່າຫຼິ້ນໂທລະສັບໃນເວລາຂັບລົດເດັດຂາດ ເພາະນາທີສຸກເສີນມັນເກີດຂຶ້ນໄດ້ທຸກເມື່ອ ຝາກໄວ້ແນ່ເດີ້ ບອກລູກບອກຫຼານຂອງທ່ານ ຂອບໃຈທີ່ເສຍສະລະອ່ານຈົນຈົບ
ແຫລ່ງທີ່ມາ:
