ພະຍາກອນອາກາດປະຈຳວັນທີ 30 ພະຈິກ 2022ມວນອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ,
ຊຶ່ງຈະເຮັດໃຫ້ອາກາດຈະເຢັນລົງ, ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຫາປານກາງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ, ສ່ວນພາກໃຕ້ ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.
ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 30/11/2022 ຫາ ເວລາ 07 ໂມງຂອງວັນທີ 01/12/2022. ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊຳເໜືອ ແລະ ຊຽງຂວາງ) ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ
ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 15 – 28 ອົງສາ.ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ):
ອາກາດເຢັນໃນຕອນກາງຄືນ ຫາຕອນເຊົ້າ, ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 17 – 34 ອົງສາ.
ນະຄອນຫຼວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24 – 34 ອົງສາ.ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ):
ອາກາດຮ້ອນ, ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ ອຸນຫະພູມໃນລະຫວ່າງ 2 – 4 ອົງສາ.
ແຂວງໄຊສົມບູນ: ອາກາດໜາວເຢັນ, ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 11 – 27 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ອາກາດຮ້ອນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 2 – 35 ອົງສາ.ສຳລັບ ເຂດພູພຽງບໍລະເວນ:
ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫຼືເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 30 % . ອຸນຫະພູມໃນລະຫວ່າງ 14 – 27 ອົງສາ.