ຈັບມືປຸ້ນຮ້ານຊື້ເຫລັກເສດຄົນຫວຽດນາມ.
ໃນວັນທີ 12 ພະຈິກ 2022 ເກີດເຫດຄົ້ນຮ້າຍປຸ້ນຊັບ ຜົວເມຍຊາວຫວຽດນາມ
ເຈົ້າຂອງຮ້ານຮັບ-ຊື້ເຫລັກເສດ ຢູ່ບ້ານທົ່ງນ້ອຍ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເງິນ 16 ລ້ານກິບ, 1ພັນບາດ, 300 ໂດລາ, 5 ແສນດົ່ງ ແລະ ໂທລະສັບມືຖື 1 ໜ່ວຍ.
ເຈົ້າໜ້າທີ່ ປກສ ເມືອງ ບໍລິຄັນ ຮິບຮ້ອນລົງຕິດຕາມເປົ້າໝາຍ ແລະ ເກັບກໍາຂໍ້ມູນສະຖານທີ່ເກີດເຫດ,
ມາຮອດເວລາ 11 ໂມງຂອງວັນ 13 ພະຈິກ 2022 ສາມາດຈັບຕົວເປົ້າໝາຍ ຜູ້ຖືກສົງໄສໄດ້ຊື່ ທ້າວ ສຸວິໄຊ ຫຼື ຄໍາຮູ້ ອາຍຸ 24 ປີ ແລະ ທ້າວ ຂັນ ອາຍຸ 36 ປີ,
ສ່ວນທ້າວ ວົງເດືອນ ຫຼື ຈ່ອຍ ແມ່ນໄດ້ເອົາຕົວລົບໜີ ທັງຫມົດບ້ານຫ້ວຍຄູນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ.
ຕໍ່ມາໃນເວລາ 21 ໂມງຂອງວັນດຽວກັນຜູ້ປົກຄອງທ້າວ ວົງເດືອນ ຫຼື ຈ່ອຍ ອາຍຸ 28 ປີ ໄດ້ນໍາຕົວຜູ້ກ່ຽວມາມອບໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.


