ຂ່າວທົ່ວໄປ
ບໍລິສັດໜ້າເລືອດ!ຕັ້ງກົດຕັດເງິນພະນັກງານທີ່ເຂົ້າຫ້ອງນ້ຳເກີນ1ເທື່ອ/ມື້

ມີລາຍງານວ່າ ບໍລິສັດເທັກໂນໂລຊີແຫ່ງໜຶ່ງໃນມົນທົນກວາງຕຸ້ງ ປະເທດຈີນ ອອກນະໂຍບາຍແປກຖ້າຫາກພະນັກງານຄົນໃດເຂົ້າຫ້ອງນ້ຳເກີນມື້ລະ1ເທື່ອ
ຈະຕ້ອງຖືກປັບເງິນ ໂດຍທີ່ມີພະນັກງານຖືກລົງໂທດແລ້ວປະມານ7ຄົນ ຖືກປັບເງິນ20ຢວນ.
ເຊິ່ງຜູ້ບໍລິຫານໃຫ້ເຫດຜົນວ່າເປັນເພາະພະນັກງານຫຼາຍຄົນຂີ້ຄ້ານ ເສຍເວລານານໄປກັບການເຂົ້າຫ້ອງນ້ຳທັງເຂົ້າໄປລັກພັກຜ່ອນຫຼິ້ນໂທລະສັບ
ເຄີຍຮ້ອງເຂົ້າໄປລົມຫຼາຍເທື່ອແລ້ວກໍ່ບໍ່ເຄີຍປ່ຽນແປງ ຈຶ່ງຈຳເປັນຕ້ອງຕັ້ງກົດອອກມາແບບນີ້ ພ້ອມທັງຢືນຢັນວ່າຄ່າປັບດ່ງກ່າວບໍ່ໄດ້ໃຫ້ພະນັກງານຈ່າຍ ແຕ່ທາງບໍລິສັດຈະຫັກຈາກໂບນັສລາຍເດືອນເອົາ.