ຂ່າວທົ່ວໄປ

ອາກາດໜາວທົ່ວທຸກພາກໄລຍະ 9-13 ມັງກອນ ອຸນຫະພູມຈະຫຼຸດລົງ 1 ຫາ 4 ອົງສາ

ອາກາດຈະກັບມາໜາວເຢັນອີກໄລຍະວັນທີ 9-13 ມັງກອນນີ້, ອຸຕຸຄາດອຸນຫະພູມອາກາດຈະຫຼຸດລົງ 1 ຫາ 4 ອົງສາ ພ້ອມເຕືອນປະຊາຊົນຜູ້ອາໄສຢູ່ແຂວງ ພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ມີສະຕິຮັບມືກັບສະພາບອາກາດໜາວເຢັນ.ອີງຕາມການລາຍງານຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນ

ທຳມະຊາດ ແລະ ສິ່ງແວດລ້ອມ ວັນທີ 8 ມັງກອນ 2021 ແຈ້ງເຕືອນໄພອາກາດໜາວເຢັນ ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນ ໄດ້ມີກຳລັງແຮງເພີ່ມຂຶ້ນຕື່ມອີກ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງແຮງ ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດ

ຫຼຸດລົງ 1 ຫາ 4 ອົງສາ ຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນທີ່ອາໄສຢູ່ແຂວງ ພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດທີ່ຈະໜາວເຢັນຫຼາຍ ເຊິ່ງຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ, ຂໍໃຫ້

ນຸ່ງຫົ່ມເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.ທັງນີ້, ສຳລັບຜູ້ທີ່ເດີນທາງໄປໃນເຂດພາກເໜືອ ຂໍໃຫ້ມີສະຕິລະມັດລະວັງຕໍ່ສະພາບໝອກໜາ ທີ່ເຮັດໃຫ້ການເບິ່ງເຫັນບໍ່ຈະແຈ້ງ ແລະ ອາດເຮັດໃຫ້ມີອຸບັດເຫດເກີດຂຶ້ນໄດ້ໃນໄລຍະວັນທີ 9 ຫາ 13 ມັງກອນ 2021 ນີ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button