ເວລາ 7:30 ໂມງ ວັນທີ 1 ທັນວາ 2022 ປກສ ເມືອງປາກກະດິງ ແຂວງບໍລິຄຳໄຊ
ຈັບເຈົ້າຂອງຢາເສບຕິດ ກັນຊາ 100 ກວ່າກິໂລ ທີຝາກມານຳບໍລິສັດຂົນສົ່ງດ່ວນ.
ເຈົ້າຫນ້າທີ່ລາຍງານວ່າ:
ເວລາ 9 ໂມງ ພົບເຫັນເປົ້າໝາຍພວມເຄື່ອນຍ້າຍຢາເສບຕິດອອກຈາກບໍລິສັດຂົນສົ່ງແຫ່ງໜຶ່ງໄປຍັງເຮືອນຂອງຜູ້ກ່ຽວ ເຈົ້າໜ້າທີ່ຈຶ່ງເຂົ້າກັກຕົວ ທ້າວ ໂອບີ່ ອາຍຸ 21 ປີ ບ້ານ
ປາກກະດິງເໜືອ ພ້ອມຂອງກາງປະເພດ ຄັນຊາແຫ້ງອັດແທ່ງ ຈໍານວນ 101 ແທ່ງ, ນໍ້າໜັກ 105 ກິໂລກຼາມ ມາດໍາເນີນຄະດີຕາມກົດໝາຍ.
ໃນເບື້ອງຕົ້ນ ທ້າວ ໂອບີ່ ສາລະພາບວ່າ:
ໄດ້ຮ່ວມກັບຜູ້ຮ່ວມຂະບວນການຢູ່ ເມືອງ ຄໍາເກີດ ແລະ ຢູ່ ບ້ານປາກກະດິງເໜືອ


ເມືອງປາກກະດິງ ແຂວງບໍລິຄໍາໄຊ ເຄື່ອນໄຫວຄ້າຂາຍ ແລະ ຂົນສົ່ງຢາເສບຕິດປະເພດຄັນຊາມາແລ້ວ 3 ຄັ້ງ.