ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບໃບປະກາດສະນິຍະບັດປະລິນຍາເອກກິຕິມະສັກ ຈາກ ມະຫາວິທະຍາໄລຊົນເຜົ່າກວາງຊີວັນທີ 1 ທັນວາ 2022 ມະຫາວິທະຍາໄລຊົນເຜົ່າກວາງຊີ
ໄດ້ຈັດພິທີມອບໃບປະກາດສະນິຍະບັດ ປະລິນຍາເອກກິຕິມະສັກ ສາຂາພາສາ ແລະ ວັນນະຄະດີຕ່າງປະເທດໃຫ້ ແກ່
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງປັກກິ່ງ ສປ ຈີນໃນເວລາຮັບເອົານາມມະຍົດດັ່ງກ່າວ, ທ່ານທອງລຸນ ສີສຸລິດ ມີຄໍາເຫັນວ່າ:
ໃບປະກາດສະນິຍະບັດປະລິນຍາເອກນີ້ ຈະເປັນອີກນິມິດຫມາຍທີ່ສຳຄັນຍິ່ງ ໃຫ້ແກ່ການມາຢ້ຽມ ຢາມທາງ ລັດຖະກິດ ສປ ຈີນ ໃນຄັ້ງນີ້ ກໍຄື ໃນນາມສ່ວນຕົວຂອງຂ້າພະເຈົ້າເອງ, ເປັນການສະແດງເຖິງໃຫ້ເຫັນເຖິງໄມຕິຈິດ
ມິດຕະພາບອັນເລິກເຊິ່ງ ແລະ ເປັນການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ,

ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ດ້ວຍຄຸນນະພາບ ໃໝ່ຢ່າງບໍ່ຢຸດຢັ້ງ ທັງໃນລວງເລິກ ແລະ ລວງກວ້າງ.

ທີ່ມາ: CRI