ແຂ່ງຂັນກິລາເບສບອນຊິງຂັນເອກອັກຄະລະຖະທູດເກົາຫຼີ ສປປລາວ 9/1/2021

ເປີດສາກຂຶ້ນແລ້ວ ການແຂ່ງຂັນ ກິລາເບສບອນ ຊິງຂັນ ເອກອັກຄະລະຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ຄັ້ງທີ່ 1 ໃນຕອນເຊົ້າ ວັນເສົາ ທີ່ 09/01/2021 ຢູ່ທີ່ສະໜາມກິລາເບສບອນແຫ່ງຊາດ ຫຼັກ 16, ນະຄອນຫຼວງວຽງຈັນ. ຈຸດປະສົງຂອງການແຂ່ງຂັນ ເບສບອນ ໃນເທື່ອນີ້ ແມ່ນເພື່ອເປັນການສະເຫຼີມສະຫຼອງ ສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 25 ປີ, ທັງຍັງເປັນການທົດສອບທັກສະ ຄວາມສາມາດ ຂອງນັກກິລາເບສບອນລາວ ທີ່ຜ່ານການຝຶກຝົນ ຕະຫຼອດໄລຍະ ຜ່ານມາ ແລະ ເປັນການຍົກລະດັບ ຂີດຄວາມສາມາດ ຂອງນັກກິລາເບສບອນລາວ ໃຫ້ກ້າວສູ່ລະດັບສາກົນ.



ເຂົ້າຮ່ວມໃນພິທີເປີດການແຂ່ງຂັນ ກິລາເບສບອນ ໃນຄັ້ງນີ້ ມີທ່ານ IM MU Hong, ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ, ທ່ານນາງ ຂັນທະລີ ສິລິພົງພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ. ຄໍາຜາຍ ສີສະຫວັນ, ປະທານ ສະຫະພັນເບສບອນ ແຫ່ງຊາດລາວ ພ້ອມດ້ວຍແຂກຜູ້ມີກຽດ, ຄູຝຶກ ແລະ ນັກກິລາ ເບສບອນເຂົ້າຮ່ວມ 100 ກ່ວາຄົນ.



ໃນການແຂ່ງຂັນໃນຄັ້ງນີ້ ປະກອບມີທີມນັກກິລາເບສບອນ ຈາກ 3 ສະໂມສອນ ເຂົ້າຮ່ວມ ທັງປະເພດ ຊາຍ ແລະ ຍິງ, ປະກອບມີ ທີມຈາກ ສະໂມສອນໂຮງຮຽນມັດທະຍົມສຶກສາ ວຽງຈັນ, ທີມຈາກ ສະໂມສອນ J-Brothers ແລະ ທີມຈາກ ສະໂມສອນ Miracle ມະຫາວິທະຍາໄລແຫ່ງຊາດ. ການແຂ່ງຂັນ ຈະໄດ້ຈັດຂຶ້ນ ໃນທຸກໆ ວັນເສົາ ແລະ ອາທິດ ຢູ່ທີ່ ສະໜາມກິລາເບສບອນແຫ່ງຊາດ ສະໜັບສະໜູນໂດຍ DGB Financing Group ຕັ້ງແຕ່ວັນທີ 09/01/2021 ໄປຈົນຮອດວັນທີ 27/02/2021.



ກິລາເບສບອນ ເປັນກິລາ ທີ່ໄດ້ຮັບຄວາມນິຍົມ ໃນຫຼາຍປະເທດ ທົ່ວໂລກ ແລະ ກໍາລັງໄດ້ຮັບຄວາມນິຍົມ ແລະ ໄດ້ຮັບການພັດທະນາຂຶ້ນ ຢູ່ ໃນ ສປປ ລາວ. ທີມເບສອບອນ ທີມທໍາອິດ ຂອງ ສປປ ລາວ ສ້າງຕັ້ງຂຶ້ນ ໃນປີ 2013 ໂດຍຄູຝຶກ ທ່ານ JE Sung Uk ຄົນປະເທດ ສ. ເກົາຫຼີ. ຕົກມາຮອດປີ 2014, ທ່ານ Lee Man Soo ຊຶ່ງເຄີຍເປັນອາດີດນັກກິລາເບສບອນ ທີມຊາດ ສ. ເກົາຫຼີ ໄດ້ເຂົ້າມາສົ່ງເສີມ ກິລາ ເບສບອນ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ, ພ້ອມທັງໄດ້ຈັດໃຫ້ມີການແຂ່ງຂັນກິລາເບສບອນ ມິດຕະພາບລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຂຶ້ນຫຼາຍຄັ້ງ. ຕົກມາຮອດປີ 2017 ໄດ້ມີການສ້າງຕັ້ງ ສະຫະພັນກິລາເບສບອນແຫ່ງຊາດລາວ ຂຶ້ນຢ່າງເປັນທາງການ ແລະ ໄດ້ເຄື່ອນໄຫວ ຈັດການຝຶກຊ້ອມ ແລະ ສົ່ງນັກກິລາເບສບອນລາວ ເຂົ້າຮ່ວມການແຂ່ງຂັນ ຢູ່ຫຼາຍໆງານ ທັງພາຍໃນ ແລະ ຕ່າງປະເທດ. ໃນປີ 2019, ສປປ ລາວ ໄດ້ເຂົ້າເປັນສະມາຊິກ ສະຫະພັນເບສບອນ ໂລກ (WBSC) ແລະ ສະຫະພັນເບສບອນຂອງອາຊີ (BFA) ຢ່າງເປັນທາງການ ແລະ ໄດ້ມີການແລກປ່ຽນ ແລະ ພັດທະນາກິລາເບສບອນລາວ ໃຫ້ທຽບເທົ່າ ລະດັບສາກົນ ຕະຫຼອດມາ.



