👏 ຈະເລີ່ມ ການສຶກສາ ຄວາມເປັນໄປໄດ້ (Feasibility) ການສ້າງກະຕ່າລອຍຟ້າ ແຫ່ງທໍາອິດ
ຂອງປະເທດລາວ ພາຍຫຼັງການເຊັນ ບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ກະຊວງແຜນການ ແລະ
ການລົງທຶນ ແລະ H&B ແລະ ບໍລິສັດ STO Lao ໃນວັນທີ 28/11/2022 ທີ່ຜ່ານມາ. ກະຕ່າລອຍຟ້າດັ່ງກ່າວ
ຈະຕັ້ງຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍຈະມີການສຶກສາຄວາມເປັນໄປໄດ້ ຂອງກະຕ້າລອຍຟ້າ ແລະ ກິດຈະກໍາປິ່ນອ້ອມ
ເພື່ອດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມ ຄວາມງົດງາມ ຂອງເມືອງວັງວຽງ ໃຫ້ຫຼາຍຂຶ້ນ.
ທີ່ມາ: VientianeTimes