✨ ລັດຖະມົນຕີກະຊວງການເງິນ ສະເໜີີການປະຕິບັດງົບປະມານ ແຫ່ງລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 5 ທັນວາ 2022 ນີ້
ເຊິ່ງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນໄດ້ຂຶ້ນສະເໜີລາຍງານສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021, ການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດ 11 ເດືອນ, ຄາດຄະເນໝົດປີ 2022 ແລະ ທິດທາງແຜນງົບປະ ມານແຫ່ງລັດປີ 2023. ພ້ອມທັງຍົກໃຫ້ເຫັນໃນປີ 2021 ສາມາດປະຕິບັດລາຍຮັບທັງໝົດ 28.905,03 ຕື້ກີບ ເທົ່າກັບ 104,62% ຂອງແຜນໝົດປີ (ທຽບໃສ່ປີ 2020 ເພີ່ມຂຶ້ນ 26%).
ໃນນີ້: ສູນກາງປະຕິບັດໄດ້ 22.765,54 ຕື້ກີບເທົ່າກັບ 103,38% ຂອງແຜນໝົດປີ ແລະ ທ້ອງຖິ່ນປະຕິບັດໄດ້ 6.139,49 ຕື້ກີບ ເທົ່າກັບ 109,49% ຂອງແຜນໝົດປີ ແລະ ມີຈໍານວນ 10 ແຂວງສາມາດປະຕິບັດໄດ້ເກີນແຜນ
ຈຳ ນວນ 720,77 ຕື້ກີບ.ສ່ວນດ້ານລາຍຈ່າຍງົບປະມານທັງໝົດ ປະຕິບັດໄດ້ 29.507,44 ຕື້ກີບ ເທົ່າກັບ 93,43% ຂອງແຜນໝົດປີ(ສາມາດຫລຸດຜ່ອນລາຍຈ່າຍ ຫລື ປະຢັດໄດ້ 2.076,19 ຕື້ກີບ). ໃນນີ້: ສູນກາງປະຕິບັດໄດ້ 20.595,56 ຕື້ກີບເທົ່າກັບ 91,54% ຂອງແຜນໝົດປີ(ຫລຸດຜ່ອນລາຍຈ່າຍ ຫລື ປະຢັດໄດ້ 1.903,74 ຕື້ກີບ) ແລະ
ທ້ອງຖິ່ນປະຕິບັດໄດ້ 8.911,88 ຕື້ກີບ ເທົ່າກັບ 98,10% ຂອງແຜນໝົດປີ (ຫລຸດຜ່ອນລາຍຈ່າຍ ຫລື ປະຢັດໄດ້ 172,45 ຕື້ກີບ). ບັນດາລາຍຈ່າຍຕ່າງໆແມ່ນສາມາດຊຳລະສະສາງສຳເລັດກ່ອນວັນທີ 31 ມີນາ 2022 ຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດກຳນົດ.
ສຳລັບການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດ 11 ເດືອນ, ຄາດຄະເນໝົດປີ 2022 ຂະແໜງການເງິນ ໄດ້ສຸມໃສ່ການປັບ ປຸງກົງຈັກການຈັດຕັ້ງ
ໃນການຈັດເກັບລາຍຮັບໃຫ້ມີປະສິດທິພາບກວ່າເກົ່າ ໂດຍການດໍາເນີນການສຶກສາອົບຮົມແນວຄິດ ຍົກສູງລະດັບຂອງພະນັກງານ-ລັດຖະກອນ ທີ່ຮັບຜິດຊອບໃນຂະແໜງການເງິນ ເພື່ອເຊີດຊູນໍ້າໃຈຮັກຊາດ ເຮັດໃຫ້ການປະຕິບັດຄາດໝາຍຕ່າງໆ ໄດ້ຕາມທີ່ກໍານົດໄວ້.ໃນປີ 2022 ມີສິ່ງພົ້ນເດັ່ນທີ່ລັດຖະບານ
ກໍຄືຂະແໜງການເງິນ ໄດ້ສຸມໃສ່ເພີ່ມທະວີການຄຸ້ມຄອງລາຍຮັບຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ ໂດຍການຫັນວຽກງານເປັນທັນສະໄໝໃນການຄຸ້ມຄອງການຈັດເກັບລາຍຮັບ ໂດຍໃຫ້ຫົວໜ່ວຍທຸລະກິດເຂົ້າໃນລະບົບ ຄຸ້ມຄອງອາກອນແບບທັນສະໄໝ (Tax RIS), ແຈ້ງມອບລາຍຮັບຂະແໜງຄຸ້ມຄອງຊັບສິນຂອງລັດ ແລະ ຂະແໜງປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ຄ່າພາກຫລວງ,
ຄ່າຊັບພະຍາກອນທຳມະຊາດ, ຄ່າບິນຜ່ານ, ຄ່າສຳປະທານ, ເງິນປັນຜົນກຳໄລ, ຕົ້ນທຶນ ແລະ ດອກເບ້ຍກູ້ຢືມ) ຜ່ານລະບົບ TaxRIS ທັງໝົດ; ໄດ້ປັບປຸງລະບົບການເຊື່ອມໂຍງຖານຂໍ້ມູນທີ່ດິນ, ຖານແຮງງານກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເພື່ອຄຸ້ມຄອງການເກັບລາຍຮັບ ແລະ ການຄຸ້ມຄອງຖານລາຍຮັບດັ່ງກ່າວ ເຂົ້າໃນລະບົບທີ່ທັນສະໄໝ. ຜ່ານການສູ້ຊົນຈັດຕັ້ງປະຕິບັດງົບປະມານແຫ່ງລັດ 11 ເດືອນ, ສາມາດປະຕິບັດໄດ້ທັງໝົດ 28.455 ຕື້ກີບ ເທົ່າກັບ 90,06% ຂອງແຜນການປີ(ບໍ່ລວມເອົາລາຍຮັບຈາກການຫລຸດຜ່ອນ ອັດຕາອາ
ກອນຊົມໃຊ້ ເພື່ອດັດສົມລາຄານ້ຳມັນ ທີ່ລັດຖະບານໄດ້ຊ່ວຍໜູນພະນັກງານ, ທະຫານ, ຕຳຫລວດ ຮອດປະຊາຊົນທົ່ວສັງຄົມຈຳນວນ 2.819 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 26%. ສຳ ລັບລາຍຮັບພາຍໃນປະຕິບັດໄດ້ 26.655 ຕື້ກີບ
ເທົ່າກັບ 92,03% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 29% ແລະ ຄາດຄະເນລາຍຮັບໝົດປີ 2022 ຈະປະຕິບັດໃຫ້ໄດ້ 32.447 ຕື້ກີບ ເທົ່າກັບ 102,70% ຫລື ເທົ່າກັບ 16,88% ຂອງ GDP(ມະຕິສະພາແຫ່ງຊາດຮັບຮອງ 16,44% ຂອງGDP).
ໃນນີ້: ຄາດວ່າລາຍຮັບພາສີ-ອາກອນຈະບັນລຸໄດ້ 26.323 ຕື້ກີບ ເທົ່າກັບ103,01% ຂອງແຜນການປີ, ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 3.702 ຕື້ກີບ ເທົ່າກັບ 108,62% ຂອງແຜນການປີ; ລາຍຮັບຊ່ວຍເຫລືອລ້າ 2.422 ຕື້ກີບເທົ່າກັບ 98,46% ຂອງແຜນການປີ.ພ້ອມດຽວກັນນີ້, ໃນທ້າຍປີ 2022 ໄດ້ຄົ້ນຄວ້າຫລາຍມາດຕະການເພີ່ມເຕີມ
ເພື່ອສູ້ຊົນຈັດຕັ້ງປະ ຕິບັດລາຍຮັບໃຫ້ບັນລຸໄດ້ທັງໝົດ 33.574 ຕື້ກີບ ເທົ່າກັບ 106,27% ຂອງແຜນການປີ; ດ້ານລາຍຈ່າຍງົບປະມານແຫ່ງລັດ 11 ເດືອນ, ສາມາດປະຕິບັດໄດ້ 25.694 ຕື້ກີບ ເທົ່າກັບ 72,56% ຂອງແຜນການປີ.
ໃນນີ້: ຂັ້ນສູນກາງປະຕິບັດໄດ້ 17.871 ຕື້ກີບ ເທົ່າກັບ 69,96% ຂອງແຜນການປີ ແລະ ຂັ້ນທ້ອງ ຖິ່ນ ປະຕິບັດໄດ້ 7.824 ຕື້ກີບ ເທົ່າກັບ 79,27% ຂອງແຜນການປີ
(ສຳລັບການເບີກຈ່າຍເງິນເດືອນຂັ້ນສູນກາງສຳເລັດ ຮອດເດືອນພະຈິກ 2022, ສ່ວນຂັ້ນທ້ອງຖິ່ນສໍາເລັດ ເປັນສ່ວນໃຫຍ່).ສຳລັບທິດທາງແຜນການ ສ້າງແຜນງົບປະມານແຫ່ງລັດປີ 2023 ຈະໄດ້ສູ້ຊົນຮັບປະກັນແກ້ໄຂບັນ
ຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ສຳເລັດຕາມບັນດາຄາດໝາຍທີ່ໄດ້ກຳນົດໄວ້ ໃນວາລະແຫ່ງຊາດໃນປີ 2023, ແນໃສ່ສ້າງຄວາມເຂັ້ມແຂງ ແລະ ການເພີ່ມຂຶ້ນຂອງລາຍຮັບງົບປະມານແຫ່ງລັດ,
ສູ້ຊົນຈັດຕັ້ງປະຕິບັດດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍສະບັບເລກທີ 205/ລບ ໃຫ້ເປັນຮູບປະທຳ ເພື່ອສ້າງທ່າແຮງໃຫ້ການສະສົມແຫ່ງລັດໃຫ້ເພີ່ມຂຶ້ນ,
ເດັດຂາດບໍ່ໃຫ້ຕົກເຂົ້າໃນການເກີດວິກິດການ ແລະ ເປັນປະເທດທີ່ບໍ່ສາມາດຊຳລະໜີ້ສິນໄດ້ ແລະ ຍົກລະດັບຄວາມໜ້າເຊື່ອຖື ຂອງສປປ ລາວ ຕໍ່ສາກົນໃຫ້ສູງຂຶ້ນ ແລະ
ຄາດຄະເນສູ້ຊົນເກັບລາຍຮັບທັງໝົດໃນປີ 2023 ຈໍານວນ 38.448 ຕື້ກີບ ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 21,70% ຫລື ເທົ່າກັບ 16,42% ຂອງ GDP.
ສະເພາະລາຍຮັບພາຍໃນຈຳນວນ 34.898 ຕື້ກີບ ທຽບໃສປີ 2022 ເພີ່ມຂຶ້ນ 20,49% ຫລື ເທົ່າກັບ 14,90% ຂອງ GDP (ມູນຄ່າ GDP ເທົ່າກັບ 234.160 ຕື້ກີບ).ຂ່າວ:ກະຊວງການເງິນ