ຮູບຮ່າງແນວໃດກໍງາມ ແລະ ເປັນຄູ່ຮັກທີ່ດີໄດ້ ຮັກກັນທີ່ໃຈ ບໍ່ແມ່ນຮູບຮ່າງພາຍນອກ

ຖືກຕ້ອງແລ້ວ ຮູບຮ່າງພາຍນອກ ດົນນານໄປກໍຍ່ອນຍານ ແກ່ເຖົ້າດ້ວຍກັນທັງນັ້ນທຸກຄົນ ບໍ່ວ່າຍິງ ຫຼື ຊາຍ

ແຕ່ນັ້ນມັນກໍເລື່ອງອານາຄົດ ຖ້າທຸກຄົນເລືອກໄດ້ ໃຜກໍຢາກຈະມີຮູບຮ່າງໜ້າຕາສົມບູນແບບທັງນັ້ນ ເປັນທີ່ຮັກຂອງຄົນທີ່ຕົນເອງຮັກ ແລະ ທຸກໆຄົນ

ບາງຄົນອາດຈະເບິ່ງຄົນພຽງຮ່າງກາຍພາຍນອກ ແຕ່ບາງຄົນເຂົາເບິ່ງເຂົ້າໄປໃນກວ່ານັ້ນ ຈິດໃຈ ຄວາມຮັກ ຄວາມເຂົ້າໃຈ ສິ່ງທີ່ເປັນນີ້ກໍບໍ່ແປກທີ່ໜຸ່ມໆບາງຄົນ ຫຼື ສາວໆບາງຄົນອາດໄດ້ແຟນທີ່ຮູບຮ່າງໃຫຍ່, ໜ້າຕາອາດບໍ່ສົມ ຈາກທີ່ເຮົາເບິ່ງພາຍນອກ ແຕ່ສຳລັບພາຍໃນແລ້ວ ເຂົາໂຄດດີ ແລະ ເຮັດໃຫ້ເຂົາເຫຼົ່ານັ້ນຮັກ

ແນວໃດກໍຕາມຄວາມມັກຮັກຂອງແຕ່ລະຄົນມັນຕ່າງກັນ ທັງນີ້ກໍຢ່າຕັດສິນຈາກສິ່ງທີ່ເຫັນພາຍນອກນະຈະ