ທ່ານ ນາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 1 ສະເໜີໃຫ້ລັດຖະບານພິຈາລະນາ ແລະ ຄົ້ນຄວ້າເພື່ອຫາວິທີ
ເພີ່ມເງິນເດືອນໃຫ້ພະນັກງານ-ລັດຖະກອນຂຶ້ນອີກ ເນື່ອງຈາກປັດຈຸບັນຄ່າຄອງຊີບນັບມື້ຖີບຕົວສູງຂຶ້ນ ເຮັດໃຫ້ພະນັກ ງານ-ລັດຖະກອນໄດ້ຮັບຜົນກະທົບຢ່າງໜັກ..
ທ່ານ ນາງ ເກດມະນີ ບັນດາສັກ, ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຄໍາເຫັນສະເໜີຢູ່ກອງປະຊຸມສະໄໝສາມັນ ເທື່ອທີ IV ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ທັນວານີ້ວ່າ:
ປັດຈຸບັນ ຄ່າຄອງຊີບໃນສັງຄົມຖີບຕົວສູງຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ ເນື່ອງຈາກເງິນເດືອນທີ່ມີຢູ່ຈາກເມື່ອກ່ອນ ທີ່ສາມາດກຸ້ມກິນ ແຕ່ປັດຈຸບັນບໍ່ກຸ້ມກິນແລ້ວ. ຕໍ່ບັນຫານີ້ ລັດຖະບານຈະມີບັນດາມາດຕະການ ຫຼື ກົນໄກແນວໃດເພື່ອແກ້ໄຂ
ເພາະຖ້າປ່ອຍໄປແບບນີ້ຕໍ່ໄປພະນັກງານ-ລັດຖະກອນຈະບໍ່ລອດແທ້ໆ, ເນື່ອງຈາກນະໂຍບາຍນໍ້າມັນ 50.000 ກີບ ເຊີ່ງເມື່ອກ່ອນກຸ້ມຫລາຍວັນ, ແຕ່ປັດຈຸບັນນໍາໃຊ້ບໍ່ຮອດ 2 ມື້ ຫຼື ອາທິດໜຶ່ງກໍ່ໝົດແລ້ວ, ຂະນະທີ່ລົດໃຫຍ່ເມື່ອກ່ອນໃສ່ນໍ້າມັນເຕັມຖັງແມ່ນ 400.000-500.000 ກີບ,
ແຕ່ປັດຈຸບັນຕ້ອງໃສ່ເຖີງ 1.000.000 ກີບຈິ່ງເຕັມຖັງ..ທ່ານຍັງຢໍ້າຕື່ມວ່າ: ຖ້າມີການປັບເພີ່ມເງິນເດືອນໃຫ້ພະນັກງານ-ລັດຖະກອນ, ລັດຖະບານຕ້ອງມີມາດຕະການຄຸ້ມຄອງລາຄາສິນຄ້າໃຫ້ໄດ້ເພາະຜ່ານມາເມື່ອມີການປັບຂຶ້ນເງິນເດືອນ,
ລາຄາສິນຄ້າມັກຖີບຕົວສູງຂຶ້ນເຊັ່ນດຽວກັນ. ດັ່ງນັ້ນ, ລັດຖະບານຕ້ອງຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງຄຸ້ມຄອງໂຄງປະກອບລາຄາສິນຄ້າທີ່ຈໍາເປັນໃຫ້ໄດ້ ເພາະຖ້າປັບຂຶ້ນເງິນເດືອນແຕ່ລາຄາສິນຄ້າປັບຂຶ້ນໄປນໍາເງິນເດືອນຂອງພະນັກງານ-ລັດຖະກອນຈະບໍ່ກຸ້ມກິນຄືເກົ່າ
. ..——————————————ທີ່ມາ: ຮູບພາບ:ຜູ້ແທນປະຊາຊົນຂໍ້ມນູ:
https://web.facebook.com/fm90laos/photos/a.816867768406485/5747670015326211/——————————————ຕິ ດ ຕໍ່ ໂ ຄ ສ ະ ນ າ ເພຈ ກະເເສຂ່າວ:ຊ່ອງທາງການຕິດຕໍ່:WhatsApp: +856 20 92 444 846Facebook page:
ກະເເສຂ່າວE-mail: kasaekhao.la@gmail.com——————————————
#ຂ່າວ#ຂ່າວດັງ#ຂ່າວສານ#ກະເເສຂ່າວ