ຜູ້ຂຶ້ນໃຊ້ທາງດ່ວນວຽງຈັນ-ວັງວຽງ ຖ້າຖືກປັບໃໝແບບບໍ່ຍຸດຕິທໍາສາມາດຂຽນຄຳຮ້ອງໄດ້

ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ບໍ່ປະສົງອອກນາມ) ໄດ້ແນະນຳໃຫ້ປະຊາຊົນຜູ້ທີ່ຖືກປັບໃໝ ສຳລັບການກະທຳຜິດຕາມເສັ້ນທາງດ່ວນວຽງຈັນ – ວັງວຽງ ສາມາດສົ່ງຄຳຮ້ອງທຸກໄປຫາກະຊວງໂຍທາທິການ ແລະ ຂົນສົ່ງເພື່ອກວດກາ ແລະ ແກ້ໄຂ.ດັ່ງທີ່ເຫດການຜູ້ຂັບລົດບັນທຸກສິນຄ້າຄັນໜຶ່ງໄດ້ໄປຕຳເອົາຂອບທາງທີ່ເປັນຄອນ
ກຣີດຈຸດປະຕູໂຂງເມືອງໂພນໂຮງ ແຂວງວຽງຈັນ ແລະ ຖືກປັບໃໝ 5 ລ້ານກີບຍ້ອນຄວາມເສຍຫ າຍທີ່ເກີດຂຶ້ນທັງທີ່ສິ່ງກີດຂວາງອີກເຫດການໜຶ່ງ,ຜູ້ຂັບຂີ່ລົດຈັກທີ່ເດີນທາງໄປວັງວຽງໄດ້ຜ່ານປະຕູທາງອອກ ຢູ່ທາງດ່ວນ ແຕ່ໃນເວລານັ້ນບໍ່ເຫັນມີຜູ້ໃດທີ່ມາຍາມຢູ່ປະຕູຈຶ່ງໄດ້ຂັບລົດອອກໂດຍບໍ່ໄດ້ເສຍຄ່າຜ່ານ.ມື້ຕໍ່ມາຜູ້ຂັບຂີ່ລົດຈັກຄັນດັ່ງກ່າວ
ໄດ້ເຂົ້າໃຊ້ບໍລິການເສັ້ນທາງດ່ວນອີກແຕ່ຖືກພະນັກງານ ທາງດ່ວນປັບໃໝ2.700.000ກີບແຕ່ຫຼຸດລາຄາໃຫ້2ລ້ານກີບຍ້ອນວ່າລົດຂອງລາວຖືກຂຶ້ນບັນຊີດໍາໃນມື້ທີ່ລາວຜ່ານປະຕູໂດຍບໍ່ໄດ້ເສຍເງິນຄ່າຜ່ານ.ໃນປະຈຸບັນນີ້ສໍາລັບຄ່າປັບໃໝທີ່ກະທໍາຜິດຢູ່ທາງດ່ວນດັ່ງກ່າວຍັງບໍ່ມີຂໍ້ກຳນົດກ່ຽວກັບການປັບໃໝໃດໆເປັນພຽງແຕ່ຜູ້ຮັບຜິດຊອບທາງດ່ວນເທົ່ານັ້ນ
ທີ່ປັບໃໝເອງຊຶ່ງຄວາມຄິດເຫັນທົ່ວໄປເຫັນວ່າການປັບໃໝ ແມ່ນບໍ່ສົມເຫດສົມຜົນ.ອັດຕາການປັບໃໝ ຄວນໄດ້ຮັບອະນຸຍາດຈາກພະແນກຂົນສົ່ງຂອງກະຊວງ ແລະ ກົມຕຳຫຼວດຈະລາຈອນກ່ອນທີ່ຈະນຳໃຊ້ທົ່ວໄປ.