ປີ 2023 ລັດຖະບານຈະຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 9%

ປີ 2023 ລັດຖະບານຈະຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 9% —————————————

ທະນາຄານແຫ່ງ ສປປ ລາວ ຈະປັບປຸງ ແລະ ຈັດຕັ້ງປະຕິບັດກົນໄກການຄຸ້ມຄອງເງິນຕາຕ່າງປະເທດຂອງ ສປປ ລາວ ໃຫ້ມີປະສິດທິຜົນ,

ສ້າງຄວາມເຊື່ອໝັ້ນຕໍ່ລະບົບທະນາຄານ ແລະ ສະຖາບັນການເງິນຮູບແບບຕ່າງໆ ແລະ ທັງເປັນກົນໄກໃນການຄວບຄຸມອັດຕາເງິນເຟີ້ສະເລ່ຍໝົດປີ 2023 ໃຫ້ຢູ່ໃນລະດັບບໍ່ເກີນ 9%. ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ລາຍງານຕໍ່ກອງປະຊຸມສະ

ໄໝສາມັນ ເທື່ອທີ IV ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022, ໂດຍເປັນປະທານຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງທ່ານໄດ້ກ່າວວ່າ: ໃນປີ 2023 ລັດຖະບານຖືເອົາການຮັກສາສະຖຽນລະພາບທາງ ດ້ານເງິນຕາເປັນກົກ

ດ້ວຍການດໍາເນີນນະໂຍບາຍເງິນຕາໃນທິດທາງ ທີ່ຮັດກຸມຫຼາຍຂຶ້ນ ເພຶ່ອແນ່ໃສ່ສ້າງກົນໄກທີ່ເຂັ້ມແຂງໃນການຄວບຄຸມຫຼາຍບັນຫາເງິນຕາທີ່ເກີດຂຶ້ນໃນ ສປປ ລາວ ໃຫ້ມີການຄວບຄຸມໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ເຊັ່ນ:

ຄວບຄຸມອັດຕາເງິນເຟີ້ສະເລ່ຍໜົດປີ ໃຫ້ຢູ່ໃນລະດັບບໍ່ເກີນ 9%, ຄຸ້ມຄອງໃຫ້ອັດຕາແລກປ່ຽນເໜັງຕີງສອດຄ່ອງກັບລະດັບດຸນຍະພາບທາງດ້ານເສດຖະກິດ-ເງິນຕາ ແລະ ບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້,

ຄວບຄຸມປະລິມານເງິນ M2 ໃຫ້ຂະຫຍາຍຕົວບໍ່ເກີນ 26% ທຽບໃສ່ປີຜ່ານມາ, ສ້າງຄວາມເຂັ້ມແຂງຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນໍາເຂົ້າໄດ້ບໍ່ຫຼຸດ 3 ເດືອນ,

ຊຸກຍູ້ທະນາຄານທຸລະກິດສຶບຕໍ່ລະດົມເງິນຝາກ ໃຫ້ຍອດເງິນຝາກທະນາຄານທຸລະກິດບັນລຸໄດ້ 85% ຂອງ GDP,

ຊຸກຍູ້ທະນາຄານທຸລະກິດປ່ອຍສິນເຊື່ອໃຫ້ໂຄງການທີ່ມີ ປະສິດທິຜົນ ໂດຍສົ່ງໃສ່ສົ່ງເສີມການຜະລິດ ເພຶ່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການ ສົ່ງອອກ ເປັນບູລິມະສິດ, ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ

ເຮັດໃຫ້ຍອດເຫຼືອສິນເຊື່ອຂອງຂະແໜງການທະນາຄານບັນລຸໄດ້ 65% ຂອງ GDP, ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ ຂອງທະນາຄານທຸລະກິດໃຫ້ຢູ່ໃນລະດັບບໍ່ເກີນ 3%.

ຄຽງຄູ່ກັນນີ້, ຍັງຈະໄດ້ດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ໃນທິດທາງທີ່ຮັດກຸມກວ່າເກົ່າ ເປັນຕົ້ນແມ່ນທົບທວນ ແລະ ປັບອັດຕາດອກເບ້ຍພື້ນຖານຂອງທະນາຄານ ແຫ່ງ ສປປ ລາວ ເມື່ອຈໍາເປັນ ເພຶ່ອຄວບຄຸມປະລິມານເງິນ

, ຄວບຄູ່ກັບການສຶບຕໍ່ອອກພັນທະບັດທະນາຄານ ແຫ່ງ ສປປ ລາວ ເພຶ່ອທົດແທນບ້ວງ 5.000 ຕື້ກີບ ທີ່ອອກໄປໃນປີ 2022 ຕາມຄວາມເໝາະສົມ,

ປັບອັດຕາສ່ວນເງິນແຮຝາກບັງຄັບໃຫ່ສອດຄ່ອງກັບເງື່ອນໄຂດ້ານສະພາບຄ່ອງ ຄວາມໝັ້ນຄົງຂອງທະນາຄານທຸລະກິດ,

ຈັງຫວະການຂະຫຍາຍຕົວຂອງປະລິມານເງິນ ແລະ ການຂະຫຍາຍຕົວຂອງເສດຖະກິດ ພ້ອມທັງຮັບປະກັນການຄວບຄຸມເງິນເຟີ້ ແລະ ອັດຕະແລກປ່ຽນໃຫ້ໄດ້ຕາມທີ່ກໍານົດໄວ້.

ຂໍ້ມູນ: ຄວາມສະຫງົບ

About admin

Check Also

ດ່ວນໆ

ອຸບັດຕິເຫດ ທີ່ກິວມ່ວງ ໃກ້ເມືອງຊຽງເງິນ ແຂວງຫລວງພະບາງ.ບໍ່ມີລາຍງານຜູ້ບາດເຈັບ. ລິ້ງຄລິບ https://m.facebook.com/story.php?story_fbid=pfbid02qVVzWerLGZkzRyQwAV2s2dXCCz5GDSPhb9mcd22eFg2yUVk7smtSwayw53MDsZf9l&id=100050843372972&mibextid=Nif5oz ສ່ວນລົດແລະ ສິ່ງຂອງເປເພເສຍຫາຍຫຼາຍ ລາຍງານໂດຍ: ສະລັກ25 ມີນາ 2023

Leave a Reply

Your email address will not be published. Required fields are marked *