ຍ້ອນຫຍັງລາຄາສິນຄ້າເມື່ອຂຶ້ນແລ້ວບໍ່ມັກລົງຄືນໃນລະດັບເກົ່າ?
ຈາກສອງປັດໄຈທີ່ກ່າວມານັ້ນ ເງິນເຟີ້ ແລະ ລາ ຄານໍ້າມັນເຊື້ອໄຟຖືວ່າເປັນໂຕກະທົບສໍາຄັນຕໍ່ການປັບລາ ຄາສິນຄ້າທີ່ຂ້ອນຂ້າງສູງຫຼາຍນັບແຕ່ຕົ້ນປີ 2022 ຈົນເຖິງ ປັດຈຸບັນ
ແຕ່ຖ້າເບິ່ງໃນດ້ານສະພາບລາຄາສິນຄ້າທີ່ມີ ຄວາມຈໍາເປັນໃນການດໍາລົງຊີວິດ ແລະ ຮັບໃຊ້ການຜະ ລິດສ່ວນໃຫຍ່ແລ້ວແມ່ນມີທິດເພີ່ມຂຶ້ນຫຼາຍກວ່າຫຼຸດລົງ ໃນແຕ່ລະປີ ເຊັ່ນ: ຊີ້ນຫມູ, ເຂົ້າກິນ, ຫົວອາຫານສັດ ແລະ ຝຸ່ນເຄມີ. ບັນຫານີ້ຖ້າເບິ່ງເລິກແລ້ວແມ່ນເກີດຈາກ ການຜະລິດພາຍໃນທີ່ບໍ່ທັນເຂັ້ມແຂງ
ແລະ ຍັງມີຕົ້ນທຶນ ສູງໃນການຜະລິດ ຈຶ່ງຍາກໃນການຄຸ້ມຄອງລາຄາໃນຂອດ ຈໍາຫນ່າຍ; ການແຊກແຊງຕະຫຼາດພາຍໃນໂດຍມາດຕະ ການຄັງແຮ ຫຼື ຂາຍສິນຄ້າໃນລາຄານະໂຍບາຍໂດຍບໍລິສັດທີ່ລັດຖະບານໃຫ້ເງິນອຸດຫນູນ (ຖົມຂຸມ)
ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ; ອີກບັນຫາຫນຶ່ງແມ່ນຍ້ອນລາຍໄດ້ຂອງປະຊາຊົນບໍ່ພຽງພໍກັບລາຍຈ່າຍທີ່ເພີ່ມຂຶ້ນຈາກຄວາມບໍ່ແນ່ນອນຂອງລາຄາສິນຄ້າທີ່ມີແຮງກົດດັນຈາກອັດຕາເງິນເຟີ້ ແລະ
ຕົ້ນທຶນທຸລະກິດທີ່ສູງຂຶ້ນ. ທັງຫມົດຍັງໄດ້ກາຍເປັນສາເຫດໃຫ້ເກີດຄວາມກັງ ວົນຂອງຜູ້ຂາຍ/ຜູ້ຜະລິດພາຍໃນຕໍ່ສະພາບເງິນເຟີ້
ແລະ ອັດຕາແລກປ່ຽນໃນແຕ່ລະໄລຍະເພື່ອນໍາເຂົ້າສິນຄ້າ ຫຼື ວັດຖຸດິບ; ດັ່ງນັ້ນ ຖ້າເງິນເຟີ້ຍັງບໍ່ຢູ່ໃນອັດຕາຄົງທີ່ຕາມ ຄາດຫມາຍທີ່ກໍານົດໄວ້ໃນພັດທະນາເສດຖະກິດ-ສັງຄົມໃ ແລະ ຕົ້ນທຶນສໍາຄັນຂອງການຜະລິດເຊັ່ນນໍ້າມັນເຊື້ອໄຟ ຍັງເພີ່ມຂຶ້ນສູງ
ກໍຈະຍາກທີ່ຈະເຮັດໃຫ້ລາຄາສິນຄ້າປັບໂຕ ຫຼຸດລົງຫຼາຍກວ່າເພີ່ມຂຶ້ນ.ສະຫຼຸບການປ່ຽນແປງຂອງລາຄາສິນຄ້າຂອງປະເທດ ແມ່ນຂຶ້ນກັບປັດໄຈເງິນເຟີ້ ແລະ ຕົ້ນທຶນການຜະລິດທີ່ປ່ຽນແປງໃນແຕ່ລະໄລຍະ.
ລາຄາສິນຄ້າຂອງປະເທດມັກຈະມີຄວາມອ່ອນໄຫວໄວຕໍ່ກັບສະພາບການປ່ຽນແປງ ຂອງເງິນເຟີ້ທີ່ກະທົບຕໍ່ອັດຕາແລກປ່ຽນລະຫວ່າງເງິນກີບ ແລະ
ເງິນຕາຕ່າງປະເທດ ແລະກໍຖືເປັນເຫດຜົນທີ່ຜູ້ຂາຍມັກຍົກເປັນສາເຫດໃນການຂຶ້ນລາຄາສິນຄ້າເວລາຖືກຖາມຈາກຜູ້ຊື້ ແລະ ກໍຍັງຖືວ່າເປັນເຫດຜົນທີ່ຖືກຍອມຮັບໃນວົງກວ້າງຂອງສັງຄົມ.
ການປ່ຽນແປງຂອງອັດຕາແລກປ່ຽນຍັງສະທ້ອນໄປເຖິງການປ່ຽນແປງຂອງຕົ້ນທຶນການຜະລິດທີ່ມີສາຍພົວພັນກັນຢ່າງໃກ້ຊິດ ຍ້ອນປັດໄຈການຜະລິດທີ່ສໍາຄັນແມ່ນຕ້ອງນໍາເຂົ້າຈາກຕ່າງປະເທດ.
ລາຄາສິນຄ້າຢູ່ລາວມັກຈະເພີ່ມຂຶ້ນຫຼາຍກວ່າຫຼຸດລົງເມື່ອຂຶ້ນແລ້ວກໍບໍ່ມັກຈະຫຼຸດ
ແມ່ນສະທ້ອນໃຫ້ເຫັນເຖິງຈິດຕະສາດຂອງຜູ້ຂາຍ/ຜູ້ສະຫນອງສິນຄ້າທີ່ບໍ່ຫມັ້ນໃຈຕໍ່ຄວາມຫມັ້ນຄົງຂອງອັດຕາແລກປ່ຽນ.
ຍົກເວັ້ນສິນຄ້າກະສິກໍາບາງຊະນິດອາດຈະຂຶ້ນລົງຕາມລະດູການ ແຕ່ເມື່ອສິນຄ້າປະເພດອື່ນປັບລາຄາຂຶ້ນ ສຸດທ້າຍສິນຄ້າກະສິກໍາກໍຈະປັບໂຕໄປຕາມກັນ.
ການປ່ຽນແປງຂອງລາຄານໍ້າມັນເຊື້ອໄຟໃນຊ່ວງໄລຍະສັ້ນອາດມີແຮງກະທົບບໍ່ສູງເພື່ອຍູ້ດັນໃຫ້ລາຄາສິນຄ້າປັບໂຕຫຼຸດລົງ ເພາະຄ່າຄອງຊີບໂດຍລວມແມ່ນສູງຂຶ້ນ
ໂດຍສະເພາະໃນຕົວເມືອງໃຫຍ່ທີ່ຄົນສ່ວນຫຼາຍຍັງຕ້ອງແບກຫາບຄ່າໃຊ້ຈ່າຍຕ່າງໆທີ່ເພີ່ມຂຶ້ນເມື່ອທຽບກັບລາຍໄດ້.
ການຂາດລະບົບລາຍງານກ່ຽວກັບໂຄງສ້າງຕົ້ນທຶນສິນຄ້າກະທົບໄວ ແລະ
ການຄຸ້ມຄອງທີ່ຍັງບໍ່ທັນເຂັ້ມງວດຕໍ່ການນໍາເຂົ້າສິນຄ້າຕາມດ່ານຕ່າງໆກໍຖືເປັນປັດໄຈກະທົບຕໍ່ການຕັ້ງລາຄາສິນຄ້າເຊັ່ນກັນ;
ດັ່ງນັ້ນຈາກຈຸດພິເສດດັ່ງກ່າວລາຄາສິນຄ້າຢູ່ລາວເມື່ອປັບໂຕເພີ່ມຂຶ້ນແລ້ວຈຶ່ງບໍ່ມັກຈະຫຼຸດລົງໃນໄລຍະຜ່ານມາ.
ຂໍ້ມູນຈາກ: Ministry of Industry and Commerce
ຮູບພາບ: Taladlao