ຄຸນປະໂຫຍດຂອງຫອມປ້ອມ: ຜັກຫອມປ້ອມເປັນຜັກສະໝຸນໄພທີ່ພວກເຮົາຮູ້ຈັກເປັນຢ່າງດີ ຊຶ່ງມີກິ່ນຫອມເປັນເອກະລັກທີ່ຫຼາຍຄົນນິຍົມນຳມາໂຮຍໜ້າອາຫານເຮັດໃຫ້ອາຫານມີກິ່ນຫອມ ແລະແຊບນອກຈາກນີ້ຜັກຫອມປ້ອມຍັງມີປະໂຫຍດ ແລະສັບພະຄຸນເປັນຢ່າງດີຕໍ່ຮ່າງກາຍຫຼາຍກວ່າທີ່ທ່ານຄິດ.

ໃບ: ຊ່ວຍບຳລຸງທາດໃນຮ່າງກາຍແກ້ອາການຢາກນໍ້າ, ແກ້ໄອ, ແກ້ຫວັດ, ບັນເທົາອາການ ປວດຮາກ, ຮາກ, ແກ້ອາການເຈັບຫົວ, ຮັກສາອາການອາຫານເປັນພິດ ແລະຊ່ວຍຫຼຸດລະດັບນໍ້າຕານໃນເລືອດ.

ແກ່ນ: ແກ້ປວດແຂ້ວ, ຮັກສາແຜໃນປາກ ແລະຍັງສາມາດແກ້ທ້ອງບິດ, ແກ້ຖ່າຍເປັນເລືອດ, ຖ່າຍເປັນມູກ, ແກ້ລິດສິດວງ ແລະບັນເທົາອາການທ້ອງອືດຍື່ງທ້ອງ ໄດ້ດ້ວຍ.ຮາກ: ໃຊ້ເປັນຢາຊ່ວຍຂັບພິດໄຂ້, ໝາກສຸກໝາກໄສ ແລະຮັກສາຂີ້ຫິດ.

ນອກຈາກນັ້ນຍັງມີປະໂຫຍດ ຕ້ານອະນຸມູນອິດສະຫຼະ, ກະຕຸ້ນການເຮັດວຽກຂອງກະເພາະອາຫານ ແລະລຳໄສ້, ຫຼຸດສ່ຽງໂລກມະເຮັງ, ຕ້ານອາການອັກເສບ, ບຳລຸງສາຍຕາເປັນຕົ້ນ.