ບິນລີ້ ເກດແກ້ວພົມພອນ ນໍາພາ ທີມຊາດລາວ U-23 ຊະນະທີມຊາດໄທ 1-0
ໂດຍໄດ້ປະຕູໃນ ນາທີ 29′ ໃນການແຂ່ງຂັນມິດຕະພາບ (International Friendly Match) ຢູ່ປະເທດໄທ ໃນວັນທິດ 11/12/2022 !!!
ຖືເປັນປະຕູທໍາອິດ ຈາກ ບິນລີ້ ໃຫ້ກັບທີມຊາດລາວ !
ທີມຊາດລາວຢູ່ກຸ່ມບີ ປະກອບມີ ຫວຽດນາມ, ມາເລເຊຍ, ສິງກະໂປ, ມຽນມາ ແລະ ລາວ
– ວັນທີ 21 ທັນວາ 2022 ເວລາ 19:00 ທີມຊາດລາວ ພົບກັບ ທີມຊາດຫວຽດນາມ ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ16
– ວັນທີ 24 ທັນວາ 2022 ເວລາ 19:00 ທີມຊາດລາວ ພົບກັບ ທີມຊາດມາເລເຊຍ ແຂ່ງຂັນຢູ່ທີ່ສະຫນາມ BUKIT JALIL STADIUM
– ວັນທີ 27 ທັນວາ 2022 ເວລາ 17:00 ທີມຊາດລາວ ພົບກັບ ທີມຊາດສີງກະໂປ ແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດ ຫຼັກ16
– ວັນທີ 30 ທັນວາ 2022 ເວລາ 17:00 ທີມຊາດລາວ ພົບກັບ ທີມຊາດມຽນມາ ແຂ່ງຂັນຢູ່ທີ່ສະໜາມ THUWANNA STADIUM
ສຳລັບ ຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ຫລິ້ນຢູ່ບ້ານສອງນັດ ແລະ ນອກບ້ານສອງນັດ ເພື່ອບໍ່ໃຫ້ໄດ້ປຽບເສຍປຽບ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 4 ທີມສຸດທ້າຍ, ຮອບ 4 ທີມສຸດທ້າຍຈະແຂ່ງສອງນັດໄປ-ກັບ ເໝືອນກັບຮອບຊິງຊະນະເລີດ.
ຄລິບ