ທະນາຄານ ແຫ່ງ ສປປ ລາວ ຊີ້ແຈງກ່ຽວກັບ ສະຫລະ ໃນທະນະບັດ ໃບ 50000 ກີບ (ໃໝ່)
ຕໍ່ຫາງສຽງຂອງສັງຄົມຈຳນວນໜຶ່ງ ທີ່ເຂົ້າໃຈວ່າ ທະນະບັດໃບ ຫ້າສິບພັນກີບ ລຸ້ນໃໝ່ ຂຽນສະຫລະບໍ່ຖືກຕ້ອງຄືຄຳວ່າ:
ສິບ ແລະ ກີບ ໂດຍໃຊ້ ສະຫລະ Xຶ , Xື ເຊິ່ງທະນາຄານແຫ່ງ ສປປ ລາວ ຂໍຊີ້ແຈງວ່າ: “ຕົວໜັງສືທີ່ກໍານົດໃນທະນະບັດໃບ 50.000 ກີບ

ລຸ້ນໃໝ່ ທີ່ກໍານົດວ່າ “ຫ້າສິບພັນກີບ“ ເປັນການອອກແບບໂດຍໃຊ້ເອັບເຟັກເງົາຂອງຟ້ອນຕົວໜັງສື ຈະເຮັດໃຫ້ຕົວໜັງສືໜາ ແລະໂດດເດັ່ນຂຶ້ນ ຊຶ່ງນັ້ນແມ່ນເຕັກນິກການອອກແບບ
ເພື່ອເຮັດໃຫ້ແຕ່ລະອົງປະກອບຂອງໃບທະນະບັດມີຄວາມຈະແຈ້ງ ຊັດເຈນ ຖ້າໃຊ້ກ້ອງທີ່ມີຄວາມຄົມແຈ້ງ ໃນການຖ່າຍ ກໍ່ຈະສາມາດຈໍາແນກ ສະຫລະ ໄດ້ຢ່າງຊັດເຈນ”
ທີ່ມາ: KPL