🔥 ທີມນັກດາລາສາດຈາກສະຖາບັນຄົ້ນຄວ້າຫຼາຍແຫ່ງໃນສະຫະລັດ ສຶກສາລ່າສຸດກ່ຽວກັບດາວເຄາະປະລາດ Janssen ຫລື 55 Cancri e
ໂດຍພົບວ່າມັນມີອຸນຫະພູມຮ້ອນຈັດເກືອບ 2,000 ອົງສາເຊຊຽດ ແລະ
ໃຊ້ເວລາໂຄຈອນຮອບດາວສູນກາງຂອງມັນພຽງ 18 ຊົ່ວໂມງ.
ອີງຕາມບົດວິໄຈທີ່ພິມໃນວາລະສານ Nature Astronomy ສະບັບວັນທີ 8 ທັນວາ
ດາວເຄາະນອກດວງນີ້ຢູ່ຫ່າງຈາກໂລກ 40 ປີແສງ ແລະເປັນບໍລິວານຂອງດາວ “Copernicus”

ແຕ່ວົງໂຄຈອນຂອງມັນຢູ່ໃກ້ຕິດກັບດາວຫຼາຍ ໃກ້ກວ່າ 70 ເທົ່າຂອງໄລຍະຫ່າງລະຫວ່າງໂລກ ແລະ ດວງອາທິດເຫດດັ່ງກ່າວເຮັດໃຫ້ອຸນຫະພູມຂອງ Janssen ຮ້ອນກວ່າດາວເຄາະທົ່ວໄປ
ຈົນພື້ນຜິວທັງຫມົດກາຍເປັນມະຫາສະຫມຸດ lava ຮ້ອນເຜົາໃໝ້ ອີກທັງໄລຍະເວລາ 1 ປີເທິງດາວດວງນີ້ຍັງສັ້ນກວ່າ 1 ວັນຂອງໂລກເຖິງ 6 ຊົ່ວໂມງ.
ທີ່ມາຈາກ: BBC