ອຸຕຸແຈ້ງເຕືອນຈະມີອາກາດໜາວລົມພັດແຮງ

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 15/12/2022 ເຖິງເວລາ 7:00 ໂມງວັນທີ 16/12/2022

ມວນອາກາດເຢັນຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນອອກ ສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຈະເຢັນລົງຢູ່ທົ່ວໄປໃນ

ແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍຢູ່ແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກ ໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ.

– ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 08-20 ອົງສາ.

– ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13-26 ອົງສາ

.- ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມ ໃນລະຫວ່າງ 18-27 ອົງສາ.

– ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 13-26 ອົງສາ.

– ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ ທົ່ວໄປ. ອຸນຫະພູມໃນລະຫວ່າງ 10-22 ອົງສາ

.- ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13-29 ອົງສາ.

– ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 05-25 ອົງສາ.

About admin

Check Also

ດ່ວນໆ

ອຸບັດຕິເຫດ ທີ່ກິວມ່ວງ ໃກ້ເມືອງຊຽງເງິນ ແຂວງຫລວງພະບາງ.ບໍ່ມີລາຍງານຜູ້ບາດເຈັບ. ລິ້ງຄລິບ https://m.facebook.com/story.php?story_fbid=pfbid02qVVzWerLGZkzRyQwAV2s2dXCCz5GDSPhb9mcd22eFg2yUVk7smtSwayw53MDsZf9l&id=100050843372972&mibextid=Nif5oz ສ່ວນລົດແລະ ສິ່ງຂອງເປເພເສຍຫາຍຫຼາຍ ລາຍງານໂດຍ: ສະລັກ25 ມີນາ 2023

Leave a Reply

Your email address will not be published. Required fields are marked *