ສຳນັກງານພະລັງງານສາກົນ (IEA) ອອກລາຍງານເຕືອນວ່າ: ລາຄານ້ຳມັນຈະເພີ່ມຂຶ້ນໃນປີ 2023 ໂດຍໄດ້ຮັບຜົນກະທົບຈາກສະພາບເຄັ່ງຕຶງໃນຕະຫລາດຈາກກໍລະນີປະເທດຕາເວັນຕົກໃຊ້ມາດຕະການຂວ້ຳບາດຣັດເຊຍ, ຂະນະທີ່ອຸປະສົງນ້ຳມັນສູງກວ່າຕົວເລກຄາດຄະເນ.
“ເຖິງວ່າການທີ່ລາຄານ້ຳມັນປັບລົງຖືເປັນເລື່ອງທີ່ໜ້າຍິນດີສຳລັບຜູ້ຊົມໃຊ້ທີ່ກຳລັງຜະເຊີນເງິນເຟີ້ເພີ່ມສູງຂຶ້ນ,
ແຕ່ເຮົາຍັງຕ້ອງເຝົ້າຕິດຕາມຜົນກະທົບຈາກມາດຕະການຂວ້ຳບາດນ້ຳມັນດິບ ແລະ ຜະລິດຕະພັນນ້ຳມັນຣັດເຊຍຕໍ່ໄປ” ລາຍງານລະບຸ.IEA ຄາດຄະເນວ່າ:
.
ການຜະລິດນ້ຳມັນຂອງຣັດເຊຍຈະຫລຸດລົງ 14% ສູ່ລະດັບ 9,6 ລ້ານບາເຣລ/ວັນໃນທ້າຍໄຕມາດທຳອິດຂອງປີ 2023
ເຊິ່ງຖ້າເປັນຄວາມຈິງຕາມການຄາດຄະເນ ຈະເຮັດໃຫ້ລາຄາສັນຍານ້ຳມັນພິກປີ້ນດີດຕົວຂຶ້ນສວນກະແສທີ່ປັບຕົວລົງກ່ອນໜ້ານີ້.ນອກຈາກນີ້, IEA ຄາດຄະເນວ່າ:
ອຸປະສົງນ້ຳມັນໂລກຈະເພີ່ມຂຶ້ນ 1,7 ລ້ານບາເຣລ/ວັນ ໃນປີ 2023 ສູ່ລະດັບ 101,6 ລ້ານບາເຣລ/ວັນ ໂດຍໄດ້ປັດໄຈໜຸນຈາກຄວາມຕ້ອງການໃຊ້ນ້ຳມັນຈາກອິນເດຍ ແລະ ຈີນ.