ຂ່າວທົ່ວໄປ
ທີມງານ jipnoii ພາເລາະ ໄດ້ມາພິສູດແລ້ວວ່າ ເບຍລາວບໍ່ມີນຳ້ຕານ

ທີມງານ jipnoii ພາເລາະ ໄດ້ມາພິສູດແລ້ວວ່າ ເບຍລາວບໍ່ມີນຳ້ຕານ ✨ ເນື່ອງຈາກຜົນສຳຫຼວດທີ່ເຮົາເຄີຍໂຫວດນຳກັນໃນຫົວຂໍ້ທີ່ວ່າ ✨ເຊື່ອບໍ່ວ່າ ເບຍ ບໍ່ມີນຳ້ຕານ✨ ຫຼາຍໆຄົນບໍ່ເຊື່ອ ມື້ນີ້ທີມງານ jipnoii ໄດ້ມີໂອກາດເຂົ້າມາພິສູດເອງແລ້ວ ແລະ ໝັ້ນໃຈເລີຍວ່າ ເບຍ ບໍ່ມີນຳ້ຕານແທ້ 100%

ນອກຈາກນຳ້ຕານໃນເບຍຈະເປັນ 0g ແລ້ວ ຍັງມີ ພະລັງງານຢູ່ທີ່ 40kcal/100ml, ໄຂມັນ 0g ຮູ້ເລີຍວ່າທີ່ຕຸ້ຍທຸກມື້ນີ້ບໍ່ແມ່ນຍ້ອນເບຍເລີຍຂອງແກ້ມລ້ວນໆ😆 ແອັດເລີຍຂໍແນະນຳເມນູທີ່ເຮົາກິນເປັນປະຈຳທີ່ສາມາດກິນຄູ່ກັບ ເບຍລາວ ໄດ້ແບບເຂົ້າກັນທີ່ສຸດ ຈະເປັນປະເພດ ກ້ອຍ, ລາບ, ຕຳໝາກຫຸ່ງ, ປີ້ງໄກ່ ແອັດເລີຍຂໍແນະນຳຮ້ານກ້ອຍປາ ທີ່ແຊບ ແລະ ປາສົດໆ ຕຳໝາກຫຸ່ງແບບບ້ານໆ ກິນຄູ່ກັບ ເບຍລາວແຊບ ເຂົ້າກັນສຸດ#Beerlao #BeLao #ProudToBeLao #jipnoii #ເບຍລາວບໍ່ມີນຳ້ຕານ




















