ປກສ ເມືອງໄຊທານີ ມ້າງຄະດີປຸ້ນຊັບ, ລັກຊັບ ແລະ ຊື້-ຊາຍຊັບຜິດກົດໝາຍ ເກັບກູ້ລົດຈັກມາໄດ້ 7 ຄັນ, ຍັງ 10 ຄັນ ສືບຕໍ່ເກັບກູ້

ປກສ ເມືອງໄຊທານີ ມ້າງຄະດີປຸ້ນຊັບ, ລັກຊັບ ແລະ ຊື້-ຊາຍຊັບຜິດກົດໝາຍ ເກັບກູ້ລົດຈັກມາໄດ້ 7 ຄັນ, ຍັງ 10 ຄັນ ສືບຕໍ່ເກັບກູ້ ຈາກຄຣິບວີດີໂອ ທີ່ຜູ້ໃຊ້ເຟດບຸກທ່ານໜຶ່ງໄດ້ໂພດເຫດການ

ໃນຄັ້ງວັນທີ 3 ກັນຍາ 2022 ເວລາ 2 ໂມງເຊົ້າໄດ້ມີຄົນຮ້າຍ 2 ຄົນ ໃຊ້ປືນສັ້ນເຂົ້າມາປຸ້ນເອົາຊັບຂອງ ນາງ ທອງວິເສດ ຢູ່ໜ້າຮ້ານຂາຍໝູຢໍ່ ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜົນເສຍຫາຍມີລົດຈັກ 1 ຄັນ, ເງິນ 4,900,000 ກີບ, ໂທລະສັບມືຖື 1 ໜ່ວຍ. ພາຍຫຼັງເກີດເຫດຈຶ່ງໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງໄຊທານີ ຊ່ວຍຕິດຕາມຕົວຄົນຮ້າຍມາດຳເນີນຄະດີ.

ຕໍ່ກັບບັນຫາດັ່ງກ່າວ ພັທ ສຸລິວັນ ແກ້ວມະນີວົງ ຮອງກອງບັນຊາການ ປກສ ເມືອງໄຊທານີ ໄດ້ສຳພາດຕໍ່ສື່ມວນຊົນ ປ້ອງກັນຄວາມສະຫງົບ ໃນວັງທີ 16 ທັນວາ 2022 ວ່າ ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ເອົາໃຈໃສ່ຕິດຕາມຄົ້ນຫາ ຈົນມາຮອດວັນທີ 21 ຕຸລາ 2022 ທາງເຈົ້າໜ້າທີ່ ຈຶ່ງສາມາດກັກຕົວ ທ້າວ ພັກສະນະ ຫຼື ນະ ອາຍຸ 22 ປີ ປະຊາຊົນ ບ້ານໂພນໄຮ່ຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ຜ່ານການສືບສວນ-ສອບສວນ ທ້ານ ນະ ຮັບສາລະພາບວ່າ ໄດ້ຮ່ວມກັບໝູ່ລົງມືປຸ້ນຊັບຂອງຜູ້ເສຍຫາຍແທ້ ພາຍຫຼັງໄດ້ຊັບມາ ກໍແບ່ງກັນຄົນລະເຄິ່ງ, ສ່ວນລົດຈັກ ແມ່ນມອບໃຫ້ໝູ່ນຳເອົາໄປຂາຍໄດ້ເງິນມາປັນກັນໃຊ້ຈ່າຍ. ຕໍ່ກັບຄະດີດັ່ງກ່າວທາງເຈົ້າໜ້າທີ່ໄດ້ສືບຕໍ່ຊອກຫາເອົາຜູ້ຮ່ວມຂະບວນການມາລົງໂທດຕາມຂັ້ນຕອນຂອງກົດໝາຍ.

ພັທ ສຸລິວັນ ແກ້ວມະນີວົງ ກ່າວຕື່ມວ່າ ສະພາບການລັກຊັບ ແລະ ການຊື້-ຂາຍຊັບຜິດກົດໝາຍໃນປັດຈຸບັນ ໄດ້ເກີດຂຶ້້ນຢ່າງຕໍ່ເນື່ອງ ເຊິ່ງເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ສືບຕໍ່ແກ້ໄຂ ແລະ ມ້າງກຸ່ມລັກຊັບ, ຊື້-ຂາຍຊັບຜິດກົດໝາຍດັ່ງກ່າວດ້ວຍຄວາມຮັບຜິດຊອບ ໃນວັນທີ 19 ຕຸລາ 2022 ສາມາດກັກຕົວຜູ້ຕ້ອງຫາໄດ້ 2 ຄົນ

ຄື: ທ້າວ ບ໋ອບບີ້ ອາຍຸ 19 ປີ ປະຊາຊົນ ບ້ານໜອງປາໄນ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ທ້າວ ຕ້ອງ ອາຍຸ 22 ປີ ປະຊາຊົນ ບ້ານທ່າງອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພວກກ່ຽວໄດ້ຮັບສາລະພາບວ່າ ໄດ້ຮ່ວມກັບພັກພວກເຄື່ອນໄຫວເລາະລັກລົດຈັກທົ່ວນະຄອນຫຼວງວຽງຈັນທັງໝົດ 11 ຄັນ,

ຈາກນັ້ນ, ຈຶ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ສາມາດກັກຕົວຜູ້ຊື້ຊັບຜິດກົດໝາຍໄດ້ຕື່ມອີກ 9 ຄົນຄື: 1. ທ້າວ ສຸກັນຍາ ອາຍຸ 23 ປີ ບ້ານໜອງບົວ ເມືອງສາລະວັນ ແຂວງສາລະວັນ ພັກເຊົາຢູ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ; 2. ທ້າວ ບ໋ອບບີ້ ອາຍຸ 15 ປີ ປະຊາຊົນບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ;

3. ທ້າວ ທົດສະກັນ ອາຍຸ 15 ປີ ປະຊາຊົນບ້ານໂນນບໍ່ແກ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ; 4. ທ້າວ ຂັນ ອາຍຸ 50 ປີ ອາຊີບ ຄ້າຂາຍບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ; 5. ທ້າວ ບຸນຈັນ ອາຍຸ 38 ປີ ປະຊາຊົນບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ;

6. ທ້າວ ຫັດສະດີ ອາຍຸ 18 ປີ ປະຊາຊົນບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງ; 7. ທ້າວ ລີໂອ ອາຍຸ 21 ປີ ປະຊາຊົນບ້ານນາແຫ່ນ ເມືອງກາສີ ແຂວງວຽງຈັນ; 8. ທ້າວ ລາຍ ແຊເຕີນ ອາຍຸ 25 ປີ ປະຊາຊົນ ບ້ານໂຮມພັນ

ເມືອງວຽງໄຊ ແຂວງຫົວພັນ ພັກເຊົາຢູ່ບ້ານນາທອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ 9. ທ້າວ ຕີໃຫຍ່ ອາຍຸ 18 ປີ ປະຊາຊົນ ບ້ານໄຊສະຫ່ວາງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ພັກເຊົາຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ

ສາມາດເກັບກູ້ລົດຄືນມາໄດ້ທັງໝົດ 4 ຄັນ ຍັງ 7 ຄັນເຈົ້າໜ້າທີ່ໄດ້ສືບຕໍ່ເກັບກູ້. ຕໍ່ກັບການແຈ້ງເສຍຫາຍ ປັດຈຸບັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ສາມາດເກັບກູ້ຂອງກາງຄະດີ ລົດຈັກໄດ້ 7 ຄັນ ແລະ ຍັງ 10 ຄັນ; ສ່ວນລົດຈັກ ທີ່ເກັບກູ້ຄືນມາໄດ້ ເຈົ້າໜ້າທີ່ໄດ້ປະສານຫາຜູ້ເສຍຫາຍເພື່ອມອບຄືນໃຫ້ເຈົ້າຂອງເດີມ; ກ່ຽວກັບຜູ້ຖືກຫາດັ່ງກ່າວ,

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ສືບສວບ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ສະຫຼຸບສຳນວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນເຂດ 2 ນະຄອນຫຼວງວຽງຈັນ ເພື່ອສົ່ງຟ້ອງໃຫ້ສານຕັດສິນລົງໂທດພວກກ່ຽວຕາມກົດໝາຍ.

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *