ຊາຍເຖົ້າ ຮ່ວມກັບລຸ້ນນ້ອງ ຄ້າຢາບ້າ ບໍ່ລອດ..! ມີຂອງກາງ 6.008 ເມັດ
ວັນທີ 21 ຕຸລາ ຜ່ານມາ,ເຈົ້າໜ້າທີ່ ປກສ ເມືອງ ໄຊທານີ ນວ ໄດ້ສົມທົບກັບ ປກສ ກຸ່ມທ່າງ່ອນ ຕິດ ຕາມຈັບເປົ້າໝາຍຢາ ໄດ້ 2 ຄົນ,
.
ພ້ອມຂອງກາງ ຢາບ້າ 6.008 ເມັດ, ປືນສັ້ນ 1 ກະບອກ ແລະ ເຄື່ອງຂອງກາງ ອີກຈຳນວນໜຶ່ງ. ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ:

ຜູ້ຖືກຫາ ທັງສອງ ຊື່ ທ້າວ ຊຽງວັນນາ ອາຍຸ 65 ປີ ພັກເຊົາ ຢູ່ບ້ານໂນນບໍ່ແກ້ວ ເມືອງໄຊທານີ ນວ ແລະ ທ້າວ ຄຳແພງ ອາຍຸ 56 ປີ ຢູ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນວ.
ປັດຈຸບັນຄະດີດັ່ງກ່າວ, ຢູ່ໃນຂັ້ນຕອນສອບສວນຂະຫຍາຍຜົນຢ່າງລະອຽດ ເພື່ອສະຫຼຸບສຳ ນວນຄະດີ ສົ່ງໃຫ້ອົງການໄອຍະການ ປະຊາຊົນເຂດ

II ນະຄອນຫຼວງວຽງຈັນ ສືບຕໍ່ດຳເນີນໄປຕາມຂະບວນການຂອງກົດໝາຍຕໍ່ໄປ.
Cr: ປກສ ນະຄອນຫຼວງວຽງຈັນ