🙏🏻ສາທຸ! ຂຸດພົບພຣະພຸດທະຮູບແຕ່ສະໄໝບູຮານທີ່ແຂວງສະຫວັນນະເຂດ•
ໃນຕອນບ່າຍ ຂອງວັນທີ 22 ທັນວາ 2022 ໄດ້ມີປະຊາຊົນຢູ່ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຂຸດພົບພຣະພຸດທະຮູບ ທັງອົງໃຫຍ່ແລະອົງນ້ອຍ ຢູ່ໃນເຂດດິນຂອງຕົນເອງ.
ດັ່ງນັ້ນ ທາງຫນ່ວຍງານຂອງຫ້ອງການ ຖະແຫລງຂ່າວແລະວັດທະນະທຳ ເມືອງອຸທຸມພອນ
ແຂວງສະຫວັນນະເຂດ ຈຶ່ງໄດ້ລົງກວດກາ ແລະກວດສອບຂໍ້ມູນຕ່າງໆ ຂອງພຣະພຸດທະຮູບເຫລົ່ານີ້ແລ້ວໄດ້ນຳໄປເກັບຮັກສາໄວ້ທີ່ວັດສຼີບຸນເຮືອງ ບ້ານໂນນອຸດົມ ເມືອງອຸທຸມພອນ
•ເຊິ່ງລາຍລະອຽດຂອງຈາຣຶກທີ່ຢູ່ໃນຖານພຣະພຸດທະຮູບອົງໃຫຍ່ ນັ້ນແມ່ນມີຄວາມໝາຍແປເປັນພາສາລາວໃນປັດຈຸບັນນີ້ ຄື:



“ສັງກາດ ໓໖ ຕົວ ປີກາບຍີ່ ເດືອນຍີ່ ຂຶ້ນ ໑໕ ຄ່ຳ ວັນ ໑ ແສນມຸນຕີ ມີຜາສາດສັດທາສ້າງພຣະເຈົ້າໄວ້ຕາບຕໍ່ເທົ່າ ໕ ພັນວັດສາ ນິພານະ ປັດໄຈໂຍ ໂຫຕຸ ຈສ.໑໐໓໖. ພສ.໒໒໑໗
“Cr: ພອນປະເສີດ ແຜນພັກດີ & Art and Culture of Laos