ຂ່າວທົ່ວໄປ

ຊົມເຊີຍ! ຫຼາຍພາກສ່ວນມອບເງິນອຸປະຖຳຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ວັນທີ 7 ມັງກອນ 2021 ຜ່ານມານີ້, ທີ່ຫໍປະຊຸມແຫ່ງຊາດ ໄດ້ມີຫຼາຍ ພາກສ່ວນມອບເງິນອຸປະຖຳຊຸກ ຍູ້ເຂົ້າໃນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ໃນນັ້ນ ມີບໍລິສັດ ເບຍລາວ ມອບເງິນ ຈຳ ນວນ 500 ລ້ານກີບ, ກ່າວມອບ ໂດຍ ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈຳ ກັດ,

ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ມອບເງິນ 1 ຕື້ກີບ, ມອບໂດຍ ທ່ານ ປີຊາໄຊ ແກ້ວໄຊ ຍະຈັກ ປະທານ ບໍລິສັດ ທີ່ປືກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດ,

ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ມອບເງິນ 1 ຕື້ກີບ, ມອບໂດຍ ທ່ານ ຈັນທະໜອມ ພົມມະນີ ປະທານ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ,

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ມອບເງິນ 1 ຕື້ກີບ, ມອບໂດຍ ທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ,

ກຸ່ມບໍລິສັດ ພອນສັກ ມອບເງິນ 500 ລ້ານກີບ ແລະ ບໍລິສັດ ພິທີໂຊນ ຈຳກັດ ມອບເງິນ 1 ຕື້ກີບ ມອບໂດຍທ່ານ ແວນຮວ່າງດາວ ປະທານບໍລິສັດ ພິທີໂຊນ ຈຳກັດ,

ບໍລິສັດ ລາວໂທລະຄົມ ມອບເງິນ 1.100.000.000 ກີບ, ມອບໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດ ລາວໂທລະຄົມ,

ທະນາຄານຮ່ວມພັດທະນາ ມອບເງິນ 800.000.000 ກີບ. ມອບໂດຍ ທ່ານ ເອກກະພັນ ພະພິທັກ ປະທານສະພາ ບໍລິຫານທະນາ ຄານຮ່ວມພັດທະນາ (JDB) ແລະ ກ່າວ ຮັບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການເງິນ.

ໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ຕາງໜ້າໃຫ້ລັດຖະ ບານແຫ່ງ ສປປ ລາວ ກ່າວສະແດງຄວາມຂອບໃຈມາຍັງ ບັນດາບໍລິສັດ ທີ່ໃຫ້ການອຸປະຖຳມອບເງິນຊຸກຍູ້ເຂົ້າໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນຄັ້ງນີ້ ແລະ ຈະ ນຳເອົາເງິນຈຳນວນດັ່ງກ່າວໄປ ນໍາໃຊ້ເຂົ້າໃນກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກໃຫ້ເກີດປະໂຫຍດສູງສຸດ ແລະ ສຳ ເລັດໄປຕາມຄາດໜາຍທີ່ວາງໄວ້. ໂດຍ: ແສງເດືອນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button