7 ເຫດຜົນທີ່ເຮົາບໍ່ຄວນແຄຄົນອື່ນ ເພາະເຂົາບໍ່ໄດ້ຫາເງິນໃຫ້ເຮົາໃຊ້ !


1 ຊີວິດເຮົາສັ້ນເກີນໄປ ທີ່ຈະເອົາເວລາມາສົນໃຈເລື່ອງນີ້ ເຈົ້າມີຊິວິດພຽງຄັ້ງດຽວ ດັ່ງນັ້ນເຮົາຈົ່ງໃຊ້ມັນໃຫ້ຄຸ້ມຄ່າ
2 ສິ່ງທີ່ແມ່ນສຳລັບຄົນອື່ນ ອາດບໍ່ແມ່ນສຳລັບເຮົາ ສິ່ງສຳຄັນຄືຕ້ອງເຂົ້າໃຈວ່າຄວາມຄິດເຫັນຂອງເຮົາມັນຂຶ້ນກັບສິ່ງທີ່ເຮົາເຮັດ ດັ່ງນັ້ນ ສິ່ງທີ່ດີທີ່ສຸດສຳລັບຄົນອື່ນອາດເປັນສິ່ງທີ່ບໍ່ດີສຳລັບເຮົາ ແລະ ສິ່ງທີ່ຄົນອື່ນ ເບິ່ງວ່າບໍ່ມີຄ່າ ກໍອາດມີຄ່າກັບເຮົາ

3 ຄວາມຄິດຂອງຄົນເຮົາປ່ຽໄປລື້ອຍໆ ດັ່ງນັ້ນຄວາມຄດິ ແລະ ມຸມມອງຂອງແຕ່ລະຄົນຈຶ່ງປ່ຽແປງສະເໝີ ຕອນນີ້ຄົນອາດຈະມັກ ຕ່ໄປເຂົາອາດຈະບໍ່ມັກເປັນທຳມະດາ
4 ຜົນລັບເກີດກັບໂຕເຮົາ ບໍ່ແມ່ນຄົນອື່ນ ເຮົາເປັນຄົນເຮັດຜົນກໍເກີດກັບເຮົາ ແລະ ການຕັດສິນຂອງເຮົາເຮົາກໍໄດ້ຮັບຜົນຕາມມາ

5 ບໍ່ມີໃຜຮູ້ວ່າອີ່ຫຍັງຈະດີກັບເຮົາເທົ່າໂຕເຮົາເອງ ເຮົາຮຽນຮູ້ເອງ ຕັດສິນໃຈເອງ ແລະ ຮູ້ດີທີ່ສຸດ

6 ການກັງວົນວ່າຄົນອື່ນຈະຄິດ ເຮົາຈະບໍ່ມີມື້ໄປເຖິງຝັນໄດ້ ບາງຄັ້ງເຮົາກໍຕ້ອງເຮັດໃນສິ່ງທີ່ຄົນອື່ນບໍ່ໄດ້ເຫັນດີນໍາ ພິສູດໃຫ້ເຂົາເຫັນວ່າມັນເກີດຜົນ ມັນໂອເຄ
7 ເປັນໄປບໍ່ໄດ້ເລີຍ ທີ່ເຮົາຈະເຮັດໃຫ້ທຸກຄົນພໍໃຈ ແລະ ມັກໃນສິ່ງທີ່ເຮົາເຮັດ ຫຼື ມັກໃນສິ່ງທີ່ເຮົາເປັນ ເຮົາບໍ່ໄດ້ເກີດມາເພື່ອທຸກຄົນ ສະນັ້ນເຮົາຈົ່ງເປັນໂຕຂອງໂຕເອງ ແລະ ແຄສະເພາະຄົນທີ່ຮັກ ມັກ ຍອມຮັບທີ່ເຮົາເປັນເຮົາດີກວ່າ ເຮົາເຮັດເຮົາໄດ້ ເຮົາຫາເງິນໃຫ້ຕົນເອງ ແລະ ເຂົາບໍ່ໄດ້ມາແບ່ງ ຫຼື ເອົາເງິນທາໃຫ້ເຮົາໃຊ້

ຖ້າເຮົາຍຶດຕິດເກີນໄປ ມັນກໍບໍ່ດີ ປ່ອຍຕົນເອງຄິດໄປຕາມໃຈ ຢ່າໄປກັງວົນ ນຳຄົນຫຼາຍໆຄົນທີ່ຄິດແຕກຕ່າງກັນ ແລ້ວເຮົາຈະເຫັນໂລກໃບໃໝ່ ຄຄົ້ນພົບຕົນເອງ ແລະ ເປັນ ອັດສະລິຍະຢ່າງທີ່ເຄີຍບໍ່ໄດ້ເປັນມາກ່ອນ