ໄຟໄຫມ້ເຮືອນ 3 ຫລັງ ທີ່ທ່າຫີນ ປາກເຊ.
ໃນເວລາ 7:50 ຂອງວັນທີ 30/12/2022 ໄດ້ເກີດເຫດໄຟໄໝ້ ເຮືອນຂອງປະຊາຊົນ
ຈຳນວນ 3 ຫຼັງ ແມ່ນຖືກໄໝ້ໝົດ ແລະ ຖືກລວກ 02 ຫຼັງ ຢູ່ບ້ານທ່າຫີນ, ນະຄອນປາກເຊ, ແຂວງຈຳປາສັກ.
ເຮືອນຂອງທ້າວ ກິ, ອາຍຸ 65 ປີ, ເຮືອນຂອງທ້າວ ພົມມາ ບ, ອາຍຸ 60 ປີ ແລະ ເຮືອນງ ຂອງ ທ້າວພອນປະເສີດ ອາຍຸ 62 ປີ




ທັງສາມຫລັງໄໝ້ໝົດ. ສຳລັບ ເຮືອນຂອງທ້າວ ບຸນອ້ອມ ອາຍຸ 53 ປີ ແລະ ເຮືອນຂອງທ້າວ ຂຽນ, ອາຍຸ 75 ປີ, ທັງສອງຫລັງ;
ເຊິ່ງຈຸດເລີ່ມຕົ້ນຂອງໄຟແມ່ນເກີດຢູ່ເຮືອນທ້າວ ກິ- ຜົນເສຍຫາຍ ແລະ ສາເຫດແມ່ນຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່.-