ຄຳອອຍພອນປີໃໝ່ສາກົນ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2022, ຕ້ອນຮັບປີໃໝ່ ຄ.ສ 2023 ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ! ປີ ຄ.ສ 2022 ທີ່ຜ່ານມານັ້ນ,
ພວກເຮົາໄດ້ປະເຊີນກັບ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ໂດຍສະເພາະແມ່ນຍັງສືບຕໍ່ມີຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ໜັກໜ່ວງກໍຕາມ,
ແຕ່ດ້ວຍຄວາມເປັນນໍ້າໜຶ່ງໃຈດຽວຂອງ ທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ແລະ ການສະໜັບສະໜູນຊ່ວຍເຫຼືອຂອງເພື່ອນມິດສາກົນ ພວກເຮົາຈຶ່ງສາມາດແກ້ໄຂບັນຫາເຫຼົ່ານັ້ນໄດ້ໂດຍພື້ນຖານ, ສາມາດສະກັດກັ້ນ ແລະ ປະຄັບປະຄອງບໍ່ໃຫ້ເກີດວິກິດການທີ່ຮ້າຍແຮງມາໄດ້, ອັນໄດ້ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ ແລະ ສັງຄົມມີຄວາມສະຫງົບ,
ເສດຖະກິດ ຄ່ອຍໆ ໄດ້ຮັບການຟື້ນຕົວຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເປັນການສ້າງເງື່ອນໄຂຫຼາຍດ້ານ ທີ່ຈະເຮັດໃຫ້ເສດຖະກິດ ຂອງປະເທດພວກເຮົາໄດ້ມີພື້ນຖານຈໍານວນໜຶ່ງ ເພື່ອເປັນທ່າແຮງກ້າວຂຶ້ນໃນປີຕໍ່ໄປ. ປີໃໝ່ 2023 ນີ້, ພວກເຮົາຍັງຈະໄດ້ ສືບຕໍ່ຜ່ານຜ່າບັນດາສິ່ງທ້າທາຍ ແລະ ອຸປະສັກດັ່ງກ່າວຕື່ມອີກ.
ສະນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຢູ່ຕ່າງປະເທດ ຈົ່ງພ້ອມກັນສຸມທຸກສະຕິປັນຍາ, ເຫື່ອແຮງ ແລະ ກໍາລັງໃຈ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງພວກເຮົາ ໃຫ້ບັນລຸຈຸດໝາຍທີ່ໄດ້ວາງໄວ້,
ນໍາເອົາປະເທດຊາດຂອງພວກ ເຮົາ ໄປສູ່ບາດກ້າວໃໝ່ ຂອງການພັດທະນາ, ເຮັດໃຫ້ປະຊາຊົນ ມີຄວາມຜາສຸກຮົ່ມເຢັນ, ສັງຄົມນັບມື້ນັບມີຄວາມສະຫງົບ ແລະ ສີວິໄລຢ່າງບໍ່ຢຸດຢັ້ງ.ໃນໂອກາດຕ້ອນຮັບປີໃໝ່ ຄ.ສ 2023 ນີ້, ຂ້າພະເຈົ້າ ຂໍຕາງໜ້າການນໍາພັກ, ລັດ ແລະ ໃນນາມສ່ວນຕົວ
ຂໍໃຫ້ການສະເຫຼີມສະຫຼອງປີໃໝ່ສາກົນ ປີ ຄ.ສ 2023 ນີ້ ຈົ່ງເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມສະຫງົບ ສັນຕິ ແລະ ປອດໄພທຸກປະການດ້ວຍເທີ້ນ.ໂຊກດີ ປີໃໝ່ 2023