ແຄ້ນໃຫ້ອາຈານ ລົງມືຈູດໂຮງຮຽນ.
ເຈົ້າຫນ້າທີ່ ປກສ ນະຄອນໄກສອນ ແຂວງສະຫວັນນະເຂດ ຈັບພວກ ຈູດໂຮງຮຽນ ມຕ ເລກ 3 ບ້ານທ່າເມືອງ,
ຍ້ອນຜູ້ກ່ຽວແຄ້ນໃຫ້ອາຈານທີ່ຖືກເອີ້ນໄປສຶກສາອົບຮົມ ຍ້ອນສູບຢາໄຟຟ້າ ແລະ ຕິດຢາເສບຕິດ..
ເຈົ້າຫນ້າທີ່ເປີດເຜີຍວ່າ: ວັນທີ 14 ທັນວາ 2022 ເວລາ 24:00 ໂມງ ໂຮງຮຽນມັດມຕ ເລກ 3 ຢູ່ບ້ານ ທ່າເມືອງ ນະຄອນໄກສອນ ຖືກໄຟໄຫມ້
ເສຍຫາຍທັງຫມົດ ມູນຄ່າ 786.480.000 ກີບ ຜ່ານການກວດກາຂອງເຈົ້າໜ້າທີ່ຮູ້ໄດ້ວ່າ: ເກີດຈາກຄົນຈູດ ເພາະມີຮ່ອງຮອຍງັດແງະ ຈາກນັ້ນໄດ້ກຳນົດເປົ້າໝາຍ.
ຕົກມາຮອດວັນທີ 20 ທັນວາ 2022 ໃນເວລາ 12:00 ໂມງ ສາມາດກັກຕົວຜູ້ກໍ່ເຫດໄດ້ ທ້າວ ສາຍຄຳ ຫລື ໄກ່ ບ້ານທ່າເມືອງ,


ທ້າວ ບີ້ ບ້ານດົງດຳດວນ ແລະ ທ້າວ ຫຳນ້ອຍ ຫຼື ເປີ້ນ ບ້ານໂນນສະຫວາດ ນະຄອນ ໄກສອນ.
ພວກກ່ຽວສາລະພາບວ່າ: ໄດ້ພາກັນປີນຂື້ນກຳແພງຮົ້ວແລ້ວງັດໜ່ວຍກະແຈເຂົ້າຫ້ອງການ, ຈາກນັ້ນ,
ພາຍຫຼັງເຂົ້າໄປໄດ້ແລ້ວກໍ່ພາກັນຊອກຫາຢາສູບໄຟຟ້າ ເຫັນຈຳນວນ 11 ອັນ, ຫລັງຈາກເອົາແລ້ວຈັບເອົາເນວລ້າງມືແລ້ວຍ່າງເຂົ້າໄປຫ້ອງຮອງອຳນວຍການ ແລ້ວຖອກໃສ່ໂຕເອົາກັບໄຟຈູດແລ້ວເອົາຕົວຫຼົບໜີ.
ເຊິ່ງ ແຮງຈູງໃຈຍ້ອນທ້າວ ສາຍຄຳ ຫຼື ໄກ່ ເຄີຍເປັນນັກຮຽນຢູ່ໂຮງຮຽນດັ່ງກ່າວໄດ້ຖືກຄູ-ອາຈານເອີ້ນຂື້ນຫ້ອງການ ແລະ ພ້ອມທັງສຶກສາອົບຮົມຫຼາຍຄັ້ງຍ້ອນຜູ້ກ່ຽວເຮັດຜິດລະບຽບຂອງໂຮງຮຽນ ແລະ ຕິດຢາເສບຕິດ