😅ເກີດເຫດຄົນນອນໝົດສະຕິກາງທາງ ທີ່ແທ້ເມົາຢາບ້າ ສຸດທ້າຍຖືກຈັບແບບບໍ່ຮູ້ໂຕ•
ໃນວັນທີ 4 ມັງກອນ 2023 ຢູ່ຫນ້າສະຫນາມບໍາບັດຂີ້ເຫຍື້ອ
ຫລັກ 33 ນະຄອນຫລວງວຽງຈັນ ພົບເຫັນຄົນນອນຫມົດສະຕິ ພໍກວດສອບ ເປັນຄົນເມົາໜັກ•
ກູ້ໄພລາຍງານວ່າ: ມີປະຊາຊົນພົບເຫັນຄົນນອນຢູ່ກາງທາງ
.



ຄ້າຍຄືຫມົດສະຕິ ຈາກນັ້ນກູ້ໄພລົງໄປຈຸດເກີດເຫດ ພົບວ່າຍັງຫາຍໃຈຢູ່ ແຕ່ຢູ່ໃນອາການເມົາຫນັກ ທັງເຫລົ້າ ແລະ ຢາ.•
ຈາກນັ້ນກໍກວດຢ່າງລະອຽດ ພົບຂອງກາງ ປະເພດຢາເສບຕິດ ຈໍານວນຫນຶ່ງ ປະຈຸບັນເຈົ້າຫນ້າທີ່ຄຸມໂຕໄດ້ຮຽບຮ້ອຍ