ສາລະໜ້າຮູ້

ໃຜ​ເປັນ​ລິດ​ສີ​ດວງ ແຊ​ເກັບ​ໄວ້​ເລ​ີຍ 2 ວິທີ ປິ່ນປົວທີ່ເຮົາເຫັນດີກ່ອນຫມູ່

ຢາດີລິດສີດວງມີຫລາຍຢ່າງ ມື້ນີ້ຂ້າພະເຈົ້າຂໍແນະນຳ2ວິທີປົວທີ່ເຮົາເຫັນດີກ່ອນຫມູ່.

1 ຢາດີລິດສີດວງນອກ ລິດສີດວງໃນ ຖ່າຍອອກເລືອດ: ຕົ້ນຫຍ້າຄວາຍ(ຫຍ້າຂີ້ຄວາຍ) ຫລົກເອົາທັງໃບ, ຕົ້ນ, ຮາກ 300-400ກລັມ ລ້າງສະອາດ ຕັດສັ້ນ4ເຊັນ.

ແກ່ນຫມາກຖົ່ວຂຽວ100ກລັມ(ຫມາກຖົ່ວເຂົາເຮັດຖົ່ວງອກ). ນ້ຳຫມາກພ້າວ1-1,2ລິດ. ຕົ້ມຟົດຫລຸດໄຟໃຫ້ນ້ຳຟົດ45ນາທີ. ຕັກເອົານ້ຳຢາແລະ ບີບທັງຫຍ້າຄວາຍແກ່ນຫມາກຖົ່ວໃຫ້ນ້ຳຢາອອກຫມົດ. ແບ່ງເປັນ3ສ່ວນກິນ3ເທື່ອໃນມື້.

ເຮັດກິນ 5 ມື້(ອາດຈະດີແລ້ວ) ພັກ 5 ມື້ກິນອີກ 5 ມື້ ພັກ 5 ມື້ເຮັດອີກ 5 ມື້ ຈະເຫັນຜົນດີແລະດີໄດ້ຫລາຍປີເລີຍ.

2 ພັກຄາວທອງ ປັ່ນເອົານ້ຳ ໃສ່ເກືອຫນ້ອຍ1 ມື້ກິນ 2 ຈອກ ພະຍາຍາມເຮັດກິນໃນເວລາດົນຈະເຫັນຜົນດີ ແຕ່ກິນ7ມື້ຟັງເບິ່ງອາການກ່ອນ ຖ້າເຫັນໃຄຈັ່ງເຮັດກິນໃຫ້ດີເລີຍ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button