ລົມສາວຄົນດຽວກັນ ໃຊ້ແກ້ວເບຍທຸບຫົວ ເສຍຊີວິດ

ລົມສາວຄົນດຽວກັນ ໃຊ້ແກ້ວເບຍທຸບຫົວ ເສຍຊີວິດ ໃນຕົ້ນເດືອນ ພະຈິກ 2022 ທີ່ຜ່ານມາ ທ້າວ ເຈິເປາະ ອາຍຸ 23 ປີ ບ້ານຫ້ວຍລະ ເມືອງສິງ ແຂວງຫລວງນໍ້າທາ ແຄ້ນໃຫ້ ທ້າວ ຍືເຄາະ ອາຍຸ 23 ປີ

ບ້ານມໍນະ ເມືອງສິງ ຄູ່ກໍລະນີ ທີ່ລົມສາວຄົນບ້ານດຽວກັນ ຈິ່ງໃຊ້ແກ້ວເບຍຕີຫົວ ໄດ້ຮັບບາດເຈັບສາຫັດ ແລະ ເສຍຊີວິດ ໃນເວລາ 5 ວັນຕໍ່ມາ.

ທ້າວ ເຈີເປາະ ສາລະພາບວ່າ: ກ່ອນເກີດເຫດຜູ້ກ່ຽວ ແລະ ໝູ່ 2 ຄົນ ໄດ້ໄປສັງສັນກັນຢູ່ຮ້ານບັນເທີງດຽວກັນກັບຄູ່ກໍ່ລະນີ ແລະ ໄດ້ສັ່ງເບຍ 1 ລັງມາດື່ມ.

ຮອດເວລາປະມານ 19 ໂມງ ຜູ້ກ່ຽວໄດ້ໄປເຂົ້າຫ້ອງນ້ຳ ແລ້ວບັງເອີນພົບເຫັນ ທ້າວ ຍືເຄາະ ທີ່ເປັນຄົນຄຽດແຄ້ນເກົ່າ ທີ່ລົມຜູ້ສາວຄົນດຽວກັນ ກຳລັງໄປເຂົ້າຫ້ອງນ້ຳເຊັ່ນດຽວກັນ. ຕົນເອງຈຶ່ງໄດ້ຈັບແກ້ວເບຍເປົ່າ 2 ແກ້ວ ຍ່າງນຳຫຼັງ.

ພໍຮອດຈຸດເກີດເຫດຂ້າງຫ້ອງນ້ຳ ຈຶ່ງໄດ້ລົງມືກໍ່ເຫດ ໃຊ້ແກ້ວເບຍຕີ່ໃສ່ບໍລິເວນຫົວຂອງ ທ້າວ ຍືເຄາະ 1 ບາດ ເຮັດໃຫ້ຜູ້ກ່ຽວລົ້ມລົງກັບພື້ນ.

ສ່ວນອີກແກ້ວ 1 ໄດ້ຖີ້ມປະໄວ້ບ່ອນຈຸດເກີດເຫດແລ້ວແຍກຍ້າຍກັນກັບເຮືອນ.

ນັກຂ່າວ ປກສ ແຂວງຫຼວງນ້ຳທາ

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *