ແຈ້ງການ ກ່ຽວກັບການຈຳຫນ່າຍພັນທະບັດ ທຫລ ສະກຸນເງິນກີບ ງວດທີ 2 ຊຶ່ງຈະເລີ່ມອອກຈຳຫນ່າຍໃນວັນທີ 09 ມັງກອນ 2023 ນີ້.
ທະນາຄານແຫ່ງ ສປປ ລາວ ແຈ້ງປິດການຈຳໜ່າຍພັນທະບັດ ສະກຸນເງິນກີບ (ງວດທີ 2) ມູນຄ່າ 1,000 ຕື້ກີບ ທະນາຄານແຫ່ງ ສປປ ລາວ ຂໍແຈ້ງມາຍັງບັນດາທ່ານຊາບວ່າ:
ນັບແຕ່ວັນທີ 9 ມັງກອນ 2023 ເປັນຕົ້ນມາ ທຫລ ໄດ້ເປິດການຈຳໜ່າຍພັນທະບັດ ທຫລ ສະກຸນເງິນກີບ ງວດທີ 2 ມູນຄ່າ 1,000 ຕື້ກີບ ທີ່ຈຳໜ່າຍຜ່ານທະນາຄານທຸລະກິດຕົວແທນ 7 ແຫ່ງ
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ.

