🔥ຄົນລາວຖືກຈັບທີ່ປະເທດໄທ ຫຼັງລັກລອບເຂົ້າໄທຢ່າງຜິດກົດໝາຍເພື່ອໄປເຮັດວຽກ•
ໃນວັນທີ 5 ມັງກອນ 2022 ທາງກອງຮ້ອຍສະເພາະກິດທະຫານ ຈັງຫວັດໜອງຄາຍ
ປະເທດໄທ ໄດ້ຈັບກຸມຄົນຕ່າງດ້າວ ຈາກສປປ ລາວ ຈຳນວນ 14 ຄົນ
ເຊິ່ງພວກເຂົາລັກລອບເຂົ້າໂຕເມືອງ ຢ່າງບໍ່ມີໜັງສື ຫຼື ເອກະສານໃນການຜ່ານແດນຢ່າງຖືກກົດໝາຍ
ແຕ່ມາດ້ວຍເຮືອນ້ອຍຜິດກົດໝາຍ ເພື່ອມາເຮັດວຽກກີດຢາງ



