ອຸບັດຕິເຫດລົດຈັກຕຳກັນ ເສຍຊີວິດ 1 ບາດເຈັບ 2 ຄົນ
ໃນວັນທີ 8.01.2023 ເວລາ 18:20 ນາທີ ໄດ້ມີອຸບັດຕິເຫດລົດຈັກຕຳກັນ ຢູ່ບ້ານ ໂພນຊອງ ເມືອງ ວຽງຄຳ ແຂວງວຽງຈັນ
ມີຜູ້ບາດເຈັບ 3 ຄົນ, ຍິງ 01 ຄົນ
+ຜູ້ທີ1 :ອາຍຸ 25 ປີ ເພດຊາຍ ບ້ານ ວຽງຈະເລີນ ເມືອງ ພຽງ ແຂວງ ໄຊຍະບູລີ
– ອາການເບື້ອງຕົ້ນ: ມີບາດແຜເປີດບໍລິເວນຫົວ,ໜົດສະຕິ ເວລາຕໍ່ມາຜູ້ກ່ຽວໄດ້ເສຍຊີວິດ

+ຜູ້ທີ2: ອາຍຸ 28 ປີ ບ້ານ ໂພນໝີ ເມືອງ ວຽງຄຳ ແຂວງ ວຽງຈັນ
– ອາການເບື້ອງຕົ້ນ: ມີບາດແຜເປີດບໍລິເວນຄິ້ວ ແລະ ມີແຜຖະລອກຕາມໂຕ

+ຜູ້ທີ3: ອາຍຸ 30 ປີ ບ້ານ ໂພນໝີ ເມືອງ ວຽງຄຳ ແຂວງ ວຽງຈັນ
– ອາການເບື້ອງຕົ້ນ: ຂາເບື້ອງຂວາຫັກປີດ

ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຜູ້ເສຍຊີວິດ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ