ເກີດອຸບັດເຫດລົດເມໂດຍສານປະທະກັນຢ່າງຮຸນແຮງ ເຮັດໃຫ້ຜູ້ໂດຍສານເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ ບາດເຈັບເກືອບ 80 ຄົນ
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 8 ມັງກອນ 2023 ວ່າ:
ເກີດອຸບັດເຫດລົດເມໂດຍສານ 2 ຄັນ ປະທະກັນຢ່າງຮຸນແຮງຢູ່ເສັ້ນທາງບ້ານນິບີ ແຄວ້ນແຄຟຣິນ ພາກກາງຂອງປະເທດເຊເນກັສ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ແລະ ບາດເຈັບຢ່າງໜ້ອຍ 78 ຄົນ
ໃນຈຳນວນນີ້ມີຫລາຍຄົນອາການບາດເຈັບສາຫັດ ຖືກນຳຕົວສົ່ງໂຮງໝໍ.ປະທານາທິບໍດີ ຂອງເຊເນກັສ ກ່າວວ່າ:
ລົດເມໂດຍສານທັງ 2 ຄັນ ແລ່ນມາຕຳກັນບໍລິເວນແຄວ້ນແຄຟຣິນ ໃນເວລາປະມານ 03:30 ນາທີ ຂອງວັນທີ 8 ມັງກອນ ຕາມເວລາທ້ອງຖິ່ນ
ເຊິ່ງຖືວ່າເປັນອຸບັດເຫດຮຸນແຮງເທິງຖະໜົນຄັ້ງໃຫຍ່ຂອງປະເທດເຊເນກັສ.

ລ່າສຸດທາງລັດຖະບານໄດ້ປະກາດໄຫວ້ອາໄລໃຫ້ແກ່ຄອບຄົວຜຸ້ສູນເສຍເປັນເວລາ 3 ວັນ ພ້ອມສັ່ງປະຊຸມລະດັບລັດຖະມົນຕີ
ເພື່ອຫາລືກ່ຽວກັບການຍົກລະດັບມາດຕະການດ້ານຄວາມປອດໄພເທິງຖະໜົນຂອງປະເທດ.
ຄລິບ

