📢ປະກາດ ຂ່າວດີ!! ສຳລັບຄົນເຈັບ “ສົບແຫວ່ງ-ເພດານໂຫວ່ ແລະ ຄວາມຜິກປົກະຕິທາງໃບໜ້າ ມາກວດ ແລະ ປິ່ນປົວໂດຍບໍ່ເສຍຄ່າ
ສຳລັບໂຄງການຜ່າຕັດ “ສົບແຫວ່ງ-ເພດານໂຫວ່ ແລະ ຄວາມຜີດປົກະຕິທາງໃບໜ້າ“ ຂອງພວກເຮົາ ເຊີ່ງໄດ້ຮ່ວມມືກັບທີມຜ່າຕັດຈາກປະເທດ ເນເທີແລນ
ແມ່ນຈະເລີ່ມກວດ ໃນວັນ ພະຫັດຕອນບ່າຍ 13:30 ວັນທີ່ 12/01/2023 ທີ່ ຊັ້ນ 4 ຕືກໃຫມ່ 🏥 ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ.
ຄົນເຈັບທີ່ຈະມາຜ່າຕັດແມ່ນໃຫ້ມາລົງທະບຽນເຂົ້າກວດທີ່ໂຮງໝໍເລີຍ.
( ກໍລະນີຄົນເຈັບມາຈາກຕ່າງແຂວງ ສາມາດມາຮອດເພື່ອກຽມໂຕກວດ ແຕ່ວັນທີ 11/01/2023 )
ຫມາຍເຫດ: ທຸກກໍລະນີທີ່ໄດ້ຮັບການຜ່າຕັດ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ (ຟຣີ).
