🔥 ອີງຕາມ ປະມວນກົດໝາຍອາຍາ ຫມວດທີ 6 ການກະທໍາຜິດຕໍ່ສາຍຜົວເມຍ, ຄອບຄົວ ແລະ ຮີດຄອງປະເພນີ ຂອງ ມາດຕາ 250 ການທໍາຊໍາເລົາເດັກ ບຸກຄົນໃດ
ຫາກໄດ້ຮ່ວມເພດກັບເດັກຍິງ ຫຼື ເດັກຊາຍ ທີ່ມີອາຍຸ ຕໍ່າກວ່າ ສິບແປດປີລົງມາ ຫາ ສິບ ຫ້າປີ ດ້ວຍການຕົວະຍົວະ, ຫຼອກລວງ, ຊວນເຊື່ອ, ຊື້ຈ້າງ, ຈອບອອຍ ຫຼື ຮູບການອື່ນ ເພື່ອໃຫ້ເດັກ ສົມຍອມ ແລະ ປະຕິບັດຕາມ
ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫນຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃຫມ 3.000.000 ຫາ 5.000.000 ກີບ.!!
ບຸກຄົນໃດ ຫາກໄດ້ຮ່ວມເພດກັບເດັກຍິງ ຫຼື ເດັກຊາຍ ທີ່ມີອາຍຸຕໍ່ກວ່າ ສິບຫ້າປີ ຫາ ສິບສອງປີ ດ້ວຍການຈ່າຍຄ່າຕອບແທນ ຫຼື ຕອບສະຫນອງຜົນປະໂຫຍດດ້ວຍຮູບການໃດຫນຶ່ງ ຈະຖືກລົງໂທດຕັດອິດ ສະລະພາບ ແຕ່ ສາມປີ ຫາ ຫ້າປີ ແລະ ຈະຖືກປັບໃຫມ ແຕ່ 5.000.000 ກີບ ຫາ 7.000.000 ກີບ.
ບຸກຄົນໃດ ຫາກໄດ້ຮ່ວມເພດກັບເດັກຍິງ ຫຼື ເດັກຊາຍ ທີ່ມີອາຍຸຕໍ່ກວ່າ ສິບສອງປີ ຈະດ້ວຍຮູບ ການໃດກໍຕາມ ຖືວ່າເປັນການຂົ່ມຂືນທໍາຊໍາເລົາເດັກ ແລະ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສິບປີ ຫາ ສິບຫ້າປີ ແລະ ຈະຖືກປັບໃຫມ ແຕ່ 7.000.000 ກີບ ຫາ 15.000.000 ກີບ.
ບຸກຄົນໃດ ທີ່ໄດ້ສະເໜີ, ຮັບເອົາ, ຈັດຫາ ຫຼື ສະຫນອງເດັກ ທີ່ມີອາຍຸຕໍ່ກວ່າສິບແປດປີລົງມາໃຫ້ ຂາຍປະເວນີ ຖືວ່າເປັນການກະທໍາຜິດ ແລະ ຈະຖືກລົງໂທດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 254 ຂອງ ປະມວນກົດຫມາຍສະບັບນີ້.
