ເຈົ້າໜ້າທີ່ ສະກັດລົດໂຕໂຍຕ້າ ຈັບຕົວປູ້ຂັບຂີ່ ພ້ອມຂອງກາງ 6.000 ເມັດ.

ໃນເວລາ 10 ໂມງ ຂອງວັນທີ 20 ທັນວາ 2022 ນີ້ ທາງເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ສະກັດລົດໂຕໂຍຕ້າ ຈັບຕົວປູ້ຂັບຂີ່ ພ້ອມຢາບ້າ 6.000 ເມັດ.

ເຈົ້າກນ້າທີ່ ເປີດເຜີຍວ່າ:

ໄດ້ສະກັດລົດເປົ້າໝາຍ ຂັບຂີ່ລົດ ຍີ່ຫໍ້ ໂຕໂຍຕ້າ ວິດ ສີປອນເງີນ ປ້າຍທະບຽນກຳແພງນະຄອນ ກນ 9398 ແລ່ນມາແຕ່ເສັ້ນທາງເລກທີ 8 ເມືອງຄຳເກີດ ແຂວງ ບໍລິຄຳໄຊ

ພໍມາຮອດຈຸດກວດກາ ທາງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈື່ງໄດ້ສະແດງຕົວເຂົ້າກວດຄົ້ນ ທ້າວ ພົງ ອາຍຸ 36 ປີ ບ້ານແກ້ງບິດ ເມືອງຄຳເກີດ

ແຂວງບໍລິຄຳໄຊ. ຜ່ານການກວດກາຕົວຈິງ ຈື່ງໄດ້ພົບເຫັນຢາເສບຕິດປະເພດຢາບ້າ

ຈຳນວນ 3 ມັດ ເທົ່າກັບ 6,000 ເມັດ ທີ່ຊຸກເຊື່ອງໄວ້ຢູ່ເບາະນັ່ງເບື້ອງໜ້າຂອງລົດ.

ຈາກນັ້ນທາງເຈົ້າໜ້າທີ່ຈື່ງໄດ້ກັກຕົວຜູ້ກ່ຽວພ້ອມຂອງກາງມາດຳເນີນຄະດີ.

About admin

Check Also

ດ່ວນໆ

ອຸບັດຕິເຫດ ທີ່ກິວມ່ວງ ໃກ້ເມືອງຊຽງເງິນ ແຂວງຫລວງພະບາງ.ບໍ່ມີລາຍງານຜູ້ບາດເຈັບ. ລິ້ງຄລິບ https://m.facebook.com/story.php?story_fbid=pfbid02qVVzWerLGZkzRyQwAV2s2dXCCz5GDSPhb9mcd22eFg2yUVk7smtSwayw53MDsZf9l&id=100050843372972&mibextid=Nif5oz ສ່ວນລົດແລະ ສິ່ງຂອງເປເພເສຍຫາຍຫຼາຍ ລາຍງານໂດຍ: ສະລັກ25 ມີນາ 2023

Leave a Reply

Your email address will not be published. Required fields are marked *