🌦️🌦️ລະວັງ‼️ຝົນຍັງສືບຕໍ່ຕົກໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ອາກາດຍັງສືບຕໍ່ໜາວສະພາບອາກາດວັນນີ້ ອຸຕຸແຈ້ງຍັງມີຝົນຕົກໃນລະດັບຄ່ອຍໃນແຕ່ລະພາກ
ເຊິ່ງມີຝົນຕົກປົກຫຸ້ມເຖິງ 40% ຂອງແຕ່ລະພາກ ແລະ ອາກາດຍັງສືບຕໍ່ເຢັນ ຫາ ໜາວເຢັນ ຂໍໃຫ້ພາກັນຮັກສາສຸຂະພາບແດ່ເດີ້ ໄລຍະນີ້ອາກາດປ່ຽນໄວ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດປະຈໍາວັນທີ 12 ມັງກອນ 2023 ວ່າ: ມວນອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວຈະອ່ອນກໍາລັງລົງ,
ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ຊື່ງຈະເຮັດໃຫ້ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະສືບຕໍ່ເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ,
ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.ໃນຂະນະທີ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງພາກກາງ, ພາກໃຕ້ ແລະ ເຂດພູພຽງບໍລະເວນ ມີຝົນປົກຫຸ້ມ 40% ຂອງເນື້ອທີ່,
ປະຊາຊົນຊາວສວນ ທີ່ກຳລັງຕາກມັນຕົ້ນ ຫຼື ຕາກແຫ້ງເຄື່ອງກະສິກຳ ຂໍໃຫ້ລະມັດລະວັງ ເກັບກູ້ໄວ ເພາະອາດຈະຖືກຝົນຕົກຮ່ຳໄດ້ໃນໄລຍະນີ້