ຂ່າວດ່ວນ! ທະນາຸານແຫ່ງ ສປປ ລາວ ແຈ້ງການໃຫ້ຢຸດຕິການອະນຸຍາດດຳເນີນທຸລະກິດບໍລິການຮ້ານແລກ

ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດທະນາຄານແຫ່ງ ສປປ ລາວ

ຂໍຖືເປັນກຽດແຈ້ງມາຍັງບັນດາທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງີນຕາຕົວແທນ ຊາບວ່າ:

ເພື່ອເປັນການຜັນຂະຫຍາຍກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບ ເລກທີ 15/ສນຊ, ລົງວັນທີ 7 ກໍລະກົດ 2022, ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການບໍລິການ ແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022

ເພື່ອປ່ຽນແທນສອງຂໍ້ຕົກລົງຄື: ຂໍ້ຕົກລົງວ່າ ດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ແລະ ຂໍ້ຕົກລົງວ່າດ້ວຍການ ບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ສະບັບເລກທີ 44/ທຫລ, ລົງວັນທີ 14 ມິຖຸນາ 2022.

ໃນນີ້, ຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາລະບັບດັ່ງກ່າວໄດ້ກໍານົດໃຫ້ ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນ ສາມາດໃຫ້ບໍລິການແລກປ່ຽນເງິນຕາ, ສະນັ້ນ, ເພື່ອຈັດຕັ້ງປະຕິບັດໃຫ້ ສອດຄ່ອງກັບບັນດານິຕິກໍາທີ່ມີຜົນສັກສິດໃນປັດຈຸບັນ, ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງບັນດາທະນາຄານທຸລະ ກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ດັ່ງນີ້:

1. ທະນາຄານແຫ່ງ ສປປ ລາວ ຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວ ແທນທັງຫມົດ 113 ຮ້ານ ທີ່ຂື້ນກັບ 6 ທະນາຄານທຸລະກິດ;

2.ໃຫ້ທະນາຄານທຸລະກິດທີ່ມີຮ້ານແລກປ່ຽນເງິນຕາຕົວແທນຂຶ້ນກັບ ຢຸດເຊົາການຕໍ່ອາຍຸສັນຍາ ແລະ ຍົກເລີກ ສັນຍາຕົວແທນບໍລິການແລກປ່ຽນເງິນຕາກັບຮ້ານແລກປ່ຽນເງິນຕາຕົວແທນຂອງຕົນທັງຫມົດ, ດໍາເນີນການປິດ ບັນຊີເງິນຝາກທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນ ຢູ່ທະນາຄານທຸລະກິດທີ່ກ່ຽວຂ້ອງ, ນໍາສົ່ງບົດບັນທຶກການຍົກເລີກສັນຍາການເປັນຕົວແທນແລກປ່ຽນເງິນຕາ ລະຫວ່າງ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນ ເງິນຕາຕົວແທນ

ພ້ອມທັງຫນັງສືອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງີນຕາຕົວແທນທີ່ ຂຶ້ນກັບທະນາຄານທຸລະກິດຕົນ ສົ່ງຄືນໃຫ້ແກ່ກົມນະໂຍບາຍເງິນຕາ ຫຼື ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາ ພາກ ທີ່ກ່ຽວຂ້ອງ ພາຍໃນວັນທີ 31 ມັງກອນ 2023;

3. ທະນາຄານທຸລະກິດທີ່ມີຈຸດປະສົງຕ້ອງການສ້າງຕັ້ງຫນ່ວຍແລກປ່ຽນເງິນຕາ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍ ການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022.

ແຈ້ງການ

#ຂ່າວຮູບພາບລາວພັດທະນາ

#ຮ້ານແລກປ່ຽນເງິນຕາ

#ທະນາຄານແຫ່ງສປປລາວ

ສະໜັບສະໜູນຂ່າວໂດຍ:ບໍລິສັດ ອາລີອັນສ ປະກັນໄພລາວ

ໂທ: 021 215 903ທະນາຄານພັດທະນາລາວ 021 213 300

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *