ຊາວບ້ານສາມັກຄີຮ່ວມກັນ ມຸງຫລັງຄາຝ້າໄມ້ເຮ້ຍຂອງ
#ວັດບ້ານປຸ່ງຈອງ ເຂດບ້ານນາຍາງ ເມືອງນ້ຳບາກ ແຂວງຫລວງພຣະບາງ ແລ້ວໂຄງການຊ່ວຍເຫລືອບູຣະນະໂຄງສ້າງຫລັງຄາ ແລະ ປ່ຽນວັດສະດຸມຸງອາຣາມວັດບ້ານປຸ່ງຈອງ ເມືອງນ້ຳບາກ ແຂວງຫລວງພະບາງ
ໂຄງການນີ້ເປັນການຮ່ວມມືກັນ ລະຫວ່າງຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລສຸພານຸວົງ ແລະ ສາຂາສະຖາປັດຕະຍະກຳ ພື້ນຖິ່ນແລະສະພາບແວດລ້ອມສັນສ້າງ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລສິນລະປະກອນ ປະເທດໄທ ແລະ ສົມທົບກັບຊາວບ້ານເປັນແຮງງານ
ໃນການລົງໄປບູລະຄັ້ງນີ້ມີອາຈານແລະນັກສຶກຈາກ 2 ມະຫາວິທະຍາໄລ ລວມກັນທັງຫມົດ 50 ຄົນແລະໄດ້ຮັບການສະຫນັບສະຫນູນໂຄງການບ້ານຊຽງສຸກແລະຜູ້ບຸນສົມທົບທຶນອາຣາມວັດປຸ່ງຈອງຖືວ່າເປັນອາຣາມຫລັງສຸດທ້າຍ ທີຍັງຄົງຮັກສາພູມປັນຍາວິທີການກໍ່ສ້າງແບບດັງເດີມແລະນຳໃຊ້ວັດສະດຸຈາກທຳມະຊາດ ໃນການສ້າງຕັ້ງແຕ່ອະດິດຈົນຮອດປັດຈຸບັນ ອາຣາມວັດບ້ານປຸງຈອງ
ເປັນອາຣາມ ທີມີສະສວນງົດງາມ ມຸງດ້ວຍໄມ້ຝາກ (ໄມ້ສອດເຊິ່ງມີອາຍຸການນຳໃຊ້ 08-10 ປີ ຈຶ່ງໄດ້ປ່ຽນຄັ້ງຫນຶ່ງ) ໂຄງສ້າງຫລັກຂອງອາຣາມຈະເຮັດດ້ວຍໄມ້ເນື້ອແຂງ ໂຄງສ້າງຫລັງຄາຈະເຮັດດ້ວຍໄມ້ຊ່າງ ແລະ ໄມ້ແປນຝາເປັນໄມ້ສະພຸ່ງໂຄງການນີ້ເກີດຂື້ນດ້ວຍຄວາມບັງເອີນ
ເນື່ອງຈາກ 12 ປີ ມາຜ່ານເຄີຍໄດ້ມາເກັບຂໍ້ມູນຊ່ວຍອາຈານ ສະໄຫມເປັນນັກຮຽນ ແລະ ສາມເດືອນຜ່ານໄປໄດ້ມາຊ່ວຍປ່ຽນຫລັງຄາເຮືອນເກົ່າຢູ່ບ້ານນາຢາງໃຕ້ ແລະ ໄດ້ໄປເກັບຂໍ້ມູນອາຣາມວັດປຸ່ງຈ່ອງ ເລີຍເຫັນເຖົ້າແກ່ແນວໂຮມ ແລະ ນາຍບ້ານກຳລັງປະຊຸມຈະປ່ຽນຫລັງຄາເປັນຫລັງຄາກະເບື້ອງ ເນື່ອງຈາກປ່ຽນເທືອດ່ຽວລະແລ້ວ
ຖືວ່າເປັນໂອກາດທີບັງເອີນ ໄດ້ອະທິບາຍໃຫ້ປະຊາຊົນແລະການນຳພາຍໃນເຫັນຄວາມສຳຄັນແລະຄຸນຄ່າທາງດ້ານສະຖາປັດຕະຍະກຳ ແລະພູມປັນຍາທີ່ບັນພະບູຣຸດສ້າງໄວ້ ເລີຍຂານອາສາບູຣະນະແລະປ່ຽນວັດສະດຸມຸ່ງຫລັງຄາໄມ້ຝາກໃຫ້ 8-10 ປີ ປ່ຽນເທື່ອຫນຶ່ງຕະຫລອດໄປ
ຫລັງຮັບປາກຊາວບ້ານແລ້ວ ຈຶ່ງປຶກສານຳທ່ານ ອາຈານ ສົມມະນີ ປະທຸມໄຊ ແລະ ຮສ ປອ ກຣຽງໄກ ເກີດຣີສິຣິ ເພື່ອວາງແຜນໃນການບູຣະນະ ແລະ ປ່ຽນວັດສະດຸມຸງຫລັງຄ່າ ລວງຫນ້າເປັນເວລາ 3 ເດືອນ ມາຮອດ ວັນທີ 1 ມັງກອນ 2023 ຈື່ງບູຣະນະ ແລະ ວັດສະດຸມຸງຂໍຂອບໃຈ





