ອາຫານທະເລ ຈະມີຄວາມປອດໄພກໍ່ຕໍ່ເມື່ອຕົ້ມໃຫ້ສຸກໃນອຸນຫະພູມ 70 ອົງສາຂຶ້ນໄປ

ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກໄດ້ອອກແຈ້ງການເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ອາຫານທະເລຍັງກິນໄດ້ ແຕ່ໃຫ້ຄຳນຶງເຖິງຄວາມສະອາດ ແລະ ຄວາມປອດໄພ,ລ້າງມືໃຫ້ສະອາດທັງກ່ອນ ແລະ ຫຼັງການຈັບອາຫານທະເລ, ສິ່ງສຳຄັນ ການກິນຕ້ອງຕົ້ມໃຫ້ສຸກດີ ໃນອຸນຫະພູມ 70 ອົງສາຂຶ້ນໄປ ປະມານ 5 ນາທີ.

ພາຍຫຼັງທີ່ພົບພໍ່ຄ້າທີ່ຂາຍອາຫານທະເລສົດ ຢູ່ປະເທດເພື່ອນບ້ານຕິດເຊື້ອພະຍາດໂຄວິດ-19 ແລະ ໄດ້ມີການແຜ່ເຊື້ອພະຍາດດັ່ງກ່າວອອກສູ່ສັງຄົມໂດຍໄດ້ເຮັດໃຫ້ມີຜູ້ຕິດເຊື້ອເພີ່ມຂຶ້ນເປັນຈໍານວນຫຼາຍນັ້ນ, ລັດຖະບານແຫ່ງ ສປປ ລາວ ໄດ້ສັ່ງໂຈະຊົ່ວຄາວ ເມື່ອບໍ່ດົນມານີ້ ກ່ຽວກັບການຫ້າມນໍາເຂົ້າອາຫານທະເລ ແລະ ແຊ່ແຂງທຸກປະເພດຈາກ

ປະເທດເພື່ອນບ້ານ ໂດຍໄດ້ເນັ້ນໃຫ້ 6 ກະຊວງເອົາໃຈໃສ່ໃນການປ້ອງກັນການລັກລອບນຳເຂົ້າອາຫານປະເພດດັ່ງກ່າວ, ແຕ່ປັດຈຸບັນນີ້ກໍຍັງມີອາຫານທະເລສົດ ແລະ ແຊ່ແຂງ ຈາກປະເທດທີ່ມີການແຜ່ເຊື້ອໂຄວິດ-19 ວາງຂາຍຢູ່ຕາມຕະຫຼາດຕ່າງໆໃນຂອບເຂດທົ່ວປະເທດ.ການອອກແຈ້ງການຂອງສູນຂ່າວສານການແພດສຸຂະສຶກສາໃນຄັ້ງນີ້ຖືວ່າເປັນການຫຼຸດຜ່ອນຄວາມກັງວົນໃນເລື່ອງຄວາມປອດໄພຂອງຜູ້ທີ່ມັກບໍລິໂພກອາຫານທະເລ.