ຈາກເຫດການລົດຕຳງົວ ເຈົ້າຂອງ ຫລື ຜູ້ດູແລສັດ ຈະຖືກປັບໃຫມ 30.000 ກີບ

ໃນດໍາລັດ ເລກທີ 568/ລບ, ລົງວັນທີ 16/9/2021 ວ່າດ້ວຍການປັບໃຫມ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດ ຫມາຍ ແລະ ລະບຽບການ ຈະລາຈອນທາງບົກມາດຕາ 44 ລະບຸວ່າ:

ໃນກໍລະນີມີການລ້ຽງສັດ ຫລື ປ່ອຍສັດລ້ຽງຢູ່ຕາມທາງຫລວງ ເຊິ່ງຈະພາໃຫ້ມີຄວາມສ່ຽງຕໍ່ການເກີດອຸບັດເຫດ ເຈົ້າຂອງ ຫລື ຜູ້ດູແລສັດ ຈະ ຖືກປັບໃຫມ 30.000 ກີບ ຕໍ່ສັດສີ່ຕີນຫນຶ່ງໂຕ ເປັນຕົ້ນ ແບ້, ມ້າ, ງົວ, ຄວາຍ.

ໃນກໍລະນີເກີດອຸບັດເຫດຍ້ອນສັດລ້ຽງ ເຊິ່ງສ້າງຄວາມເສຍຫາຍຕໍ່ໂຄງການ, ໂຄງປະກອບ, ສິ່ງປະກອບ ແລະ ສິ່ງປ້ອງກັນຄວາມປອດໄພ ຂອງ ທາງຫລວງ

ເຈົ້າຂອງ ຫລື ຜູ້ດູແລສັດ ຕ້ອງຮັບຜິດຊອບໄຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນທັງຫມົດ ຕາມການປະເມີນມູນຄ່າເສຍຫາຍຂອງ ເຈົ້າຫນ້າທີ່ໂຍທາທິການ ແລະ ຂົນສົ່ງ.

ສໍາລັບກໍລະນີ ເປີດອຸບັດເຫດຢູ່ທາງດ່ວນ ຍ້ອນສັດລ້ຽງ ໂດຍເຈົ້າຂອງທາງດ່ວນໄດ້ສ້າງຮົ້ວ ຫລື ສິ່ງປ້ອງກັນສັດຢ່າງຖືກຕ້ອງຕາມກົດຫມາຍ ຕາມເຕັກນິກ ໃຫ້ເຈົ້າຂອງ ຫລື ຜູ້ດູແລສັດລ້ຽງ ເປັນຜູ້ຮັບຜິດຊອບຄ່າເສຍຫາຍທັງຫມົດ.

ຖ້າຫາດເຈົ້າຂອງທາງດ່ວນ ສ້າງຮົ້ວ ຫລື ສິ່ງປ້ອງກັນສັດ ບໍ່ໄດ້ຕາມມາດຕະຖານເຕັກນິກ ຫລື ບໍ່ມີການຕິດຕາມກວດກາຢ່າງເປັນປົກກະຕິ ໃຫ້ ເຈົ້າຂອງທາງດ່ວນ ເປັນຜູ້ຮັບຜິດຊອບຄ່າເສຍຫາຍທັງຫມົດ.

ສໍາລັບຜູ້ຂັບຂີ່ ທີ່ລະເມີດກົດຈະລາຈອນພາໃຫ້ເກີດອຸບັດເຫດ ກໍມີສ່ວນຮັບຜິດຊອບຕໍ່ຄວາມເສຍຫາຍແຕ່ລະກໍລະນີ.

About admin

Check Also

ດ່ວນໆ

ອຸບັດຕິເຫດ ທີ່ກິວມ່ວງ ໃກ້ເມືອງຊຽງເງິນ ແຂວງຫລວງພະບາງ.ບໍ່ມີລາຍງານຜູ້ບາດເຈັບ. ລິ້ງຄລິບ https://m.facebook.com/story.php?story_fbid=pfbid02qVVzWerLGZkzRyQwAV2s2dXCCz5GDSPhb9mcd22eFg2yUVk7smtSwayw53MDsZf9l&id=100050843372972&mibextid=Nif5oz ສ່ວນລົດແລະ ສິ່ງຂອງເປເພເສຍຫາຍຫຼາຍ ລາຍງານໂດຍ: ສະລັກ25 ມີນາ 2023

Leave a Reply

Your email address will not be published. Required fields are marked *