ສອງສາວເມົາ ຂັບລົດເສຍຫຼັກຕົກຂ້າງທາງ ອາການສາຫັດ
ເວລາ 23:40ນາທີ ວັນທີ 15.01.2023 ໄດ້ມີອຸບັດຕິເຫດຂັບຂີ່ລົດຈັກເສຍຫຼັກລົ້ມເອງ
ຢູ່ບ້ານ ໂນນສະຫວ່າງ ເມືອງວຽງຄຳ ແຂວງວຽງຈັນ
*ມີຜູ້ບາດເຈັບ 2 ຄົນ,ເປັນເພດຍິງ ທັງສອງຄົນ
+ຜູ້ທີ1: ອາຍຸ 23 ປີ ຢູ່ບ້ານນາຊູ ເມືອງກາສີ ແຂວງວຽງຈັນ




-ອາການເບື້ອງຕົ້ນ: ຂໍ້ຕີນເບື້ອງຊ້າຍຫັກປິດ, ມີບາດແຜເປີດບໍລິເວນປາກ ແລະ ບາດແຜຖະຫລອກຕາມຕົນໂຕ.
+ຜູ້ມີ2: ອາຍຸ 20 ປີ ບ້ານ ບໍ່ເຫຼັກ ເມືອງ ໄຊທານີ ນະຄອນຫລວງວຽງຈັນ-ອາການເບື້ອງຕົ້ນ:
ເຈັບບໍລິເວນບ່າໄຫຼ່ເບື້ອງຊ້າຍ ແລະ ຂາເບື້ອງຊ້າຍ.