ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: 2023 ເວລາປະມານ 5:00 ຕອນເຊົ້າ ຂອງວັນທີ 16 ມັງກອນ ໂມງ
ເຈົ້າໜ້າທີ່ສະເພາະກິດກອງບັນຊາການ ປກສ ເມືອງຫ້ວຍຊາຍທີ່ຕັ້ງຈຸດກວດກາຢູ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ສົມທົບກັບເຈົ້າໜ້າທີ່ຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ແຂວງ
ໄດ້ກວດພົບລົດກະບະ ໂຕໂຍຕ້າ ຣີໂວ້ ສີຂາວ ໝາຍເລກທະບຽນ ກວ 1466 ກຳແພງນະຄອນ
ໃນນັ້ນ ກວດພົບເຫັນຢາເສບຕິດປະເພດຢາບ້າ ຈຳນວນ 24 ເປົາ ເທົ່າກັບ 3000 ມັດ, ມີ 6.000.000 ເມັດ, ນໍ້າໜັກ 672 ກິໂລກຼາມ ຊຸກເຊື່ອງຢູ່ພາຍໃນລົດຄັນດັ່ງກ່າວ ສ່ວນເປົ້າໝາຍແມ່ນໄດ້ເອົາຕົວຫຼົບໜີ.
ປັດຈຸບັນ ທາງເຈົ້າໜ້າທີ່ວິຊາສະເພາະພວມດໍາເນີນຊອກຫາຕົວພວກກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍ


