ອາທິດນີ້​ ອາກາດຈະ​ໜາວ​ເຢັນ​ລົງ​ 2​ ຫາ​ 4​ ອົງສາ

ອາທິດນີ້​ ອາກາດຈະ​ໜາວ​ເຢັນ​ລົງ​ 2​ ຫາ​ 4​ ອົງສາ​ ຢູ່ໃນແຕ່ລະພາກກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 16 ຫາ 22 ມັງກອນ 2023​ ວ່າ:

ໃນໄລຍະວັນທີ 16 ຫາ 22 ມັງກອນນີ້ ມວນອາກາດໜາວເຢັນຈາກປະເທດຈີນຈະມີກໍາລັງແຮງເພີ່ມຂື້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບກະແສລົມຕາເວັນອອກສ່ຽງໜືອພັດປົກຄຸມດ້ວຍກຳລັງແຮງປານກາງ.​

ສະນັ້ນ,​ ຈະເຮັດໃຫ້ອຸນຫະພູມອາກາດຈະເຢັນ ຫາ ໜາວເຢັນລົງ 2 ຫາ 4 ອົງສາ ຢູ່ທົ່ວໄປຢູ່ໃນແຕ່ລະພາກ ແລະອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ຢູ່ ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ,

ພ້ອມມີໝອກ​ ໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ.​

ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້.​👇

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *