ຄຳສັ່ງຫຼ້າສຸດ! ເຈົ້າຄອງນະຄອນຫຼວງວຽງຈັນ ອອກຄໍາສັ່ງ:
1. ຫ້າມຢ່າງເດັດຂາດ ບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ຢູ່ນະຄອນຫຼວງວຽງຈັນ ຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈູດ ຫຼື ຍິງຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກ ໃນຕົວເມືອງ ແລະ ຊານເມືອງ ນະຄອນຫຼວງວຽງຈັນ,
ໂດຍ ສະເພາະໃນງານສະເຫຼີມສະຫຼອງ ແລະ ເບີກບານມ່ວນຊື່ນຕ້ອນຮັບປີໃຫມ່ສາກົນ, ປີໃຫມ່ລາວ, ປີໃຫມ່ຊົນເຜົ່າຕ່າງໆ (ນໍເປເຈົ້າ, ກະເລີ່…), ປີໃຫມ່ຈີນ (ຕຸດຈີນ), ປີໃຫມ່ຫວຽດນາມ (ເຕັດຫວຽດ), ງານເປີດບໍລິສັດ ຫ້າງຮ້ານ ແລະ ກິດຈະການຕ່າງໆ ຫຼື ໃນຍາມໂສກເສົ້າເສຍໃຈ ເຊັ່ນ: ຍິງປືນ ຫຼື ຈຸດຫມາກກະໂພກເວລາມີຄົນໃນຄອບຄົວເສຍຊີວິດ ຫຼື ໃນງານຊາປະນາກິດສົບ…
2. ຜູ້ທີ່ລະເມີດຂໍ້ຫ້າມຂອງຄໍາສັ່ງສະບັບນີ້ ໃຫ້ເຈົ້າຫນ້າທີ່ຕໍາຫຼວດ, ທະຫານ, ກອງຫຼອນ, ພາສີ, ກວດກາ ການຄ້າ ນໍາໃຊ້ມາດຕະການແກ້ໄຂ ດັ່ງນີ້: ມາດຕະການປັບໄໝ:
+ ບຸກຄົນ ມີຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກ ໄວ້ໃນຄອບຄອງ ຈະ ຖືກຢຶດ ແລະ ປັບໃຫມ 100.000 ກີບຕໍ່ 100 ກຣາມ, ຖ້າຈຸດ ຫຼື ກໍ່ສຽງແຕກ ຈະຖືກປັບໃຫມ 500.000 ກີບຕໍ່ລູກ ຫຼື ຕໍ່ຫນ່ວຍ ຫຼື ຕໍ່ອັນ.
+ ນິຕິບຸກຄົນ ແລະ ການຈັດຕັ້ງ ມີຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກ ໄວ້ໃນຄອບຄອງ ຈະຖືກຢຶດ ແລະ ປັບໃຫມ 500.000 ກີບຕໍ່ 100 ກຣາມ, ຖ້າຈູດ ຫຼື ກໍ່ສຽງແຕກ ຈະຖືກປັບໃຫມ 1.000.000 ກີບຕໍ່ລູກ ຫຼື ຕໍ່ຫນ່ວຍ ຫຼື ຕໍ່ອັນ. ການດໍາເນີນມາດຕະການ ແລະ ດໍາເນີນຄະດີ:
+ ຄັ້ງທີ 1 ສຶກສາອົບຮົມ ແລະ ເຮັດບົດບັນທຶກໄວ້ຢູ່ອົງການປົກຄອງບ້ານ ຫຼື ຢູ່ກອງບັນຊາການ ປກສ ເມືອງ ພ້ອມທັງປັບໃຫມ ແລະ ໃຫ້ຢຸດເຊົາທັນທີ.
+ ຄັ້ງທີ 2 ສຶກສາອົບຮົມ ແລະ ເຮັດບົດບັນທຶກໄວ້ຢູ່ອົງການປົກຄອງບ້ານ ຫຼື ຢູ່ກອງບັນຊາການ ປກສ ເມືອງ ພ້ອມທັງປັບໃຫມ ແລະ ນໍາຕົວຜູ້ທີ່ລະເມີດຄໍາສັ່ງ ໄປດໍາເນີນຄະດີ ຕາມກົດຫມາຍ ແລະ ລະບຽບການ ກ່ຽວຂ້ອງ.
+ ສໍາລັບການລັກລອບຜະລິດ ຫຼື ນໍາເຂົ້າ ແລະ ຂົນສົ່ງຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກ ແມ່ນໃຫ້ດໍາເນີນມາດຕະການຕາມກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດເດັດຂາດ.
+ ໃນກໍລະນີເຊິ່ງໜ້າ ໃນການປະຕິບັດຫນ້າທີ່ ຂອງເຈົ້າຫນ້າທີ່ ປກຊ-ປກສ ແມ່ນໃຫ້ດໍາເນີນຄະດີໄປພ້ອມ, ເວັ້ນເສຍແຕ່ໄດ້ຮັບອະນຸຍາດຢ່າງເປັນທາງການ ຈາກກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຫຼື ກອງບັນຊາ ການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຫຼື ຂັ້ນສູນກາງ;
ແຕ່ເຖິງວ່າໄດ້ຮັບໃບອະນຸຍາດຢ່າງເປັນທາງ ການ ກໍ່ຕ້ອງແຈ້ງໃຫ້ອົງການປົກຄອງເມືອງ, ອົງການປົກຄອງບ້ານ ເພື່ອແຈ້ງໃຫ້ປະຊາຊົນ ແລະ ທຸກພາກສ່ວນທີ່ຈະ ໄດ້ຮັບຜົນກະທົບຈາກສຽງແຕກ ໄດ້ຮັບຊາບຢ່າງຫນ້ອຍ 48 ຊົ່ວໂມງ ລ່ວງຫນ້າ, ຍົກເວັ້ນກອງກາລັງ ປກຊ-ປກສ ທີ່ ປະຕິບັດຫນ້າທີ່ ປກຊ-ປກສ.
3. ມອບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ບັນຊາ, ອໍານວຍຄວບຄຸມ, ຕິດຕາມກວດກາ, ປະເມີນຜົນ ແລະ ລາຍງານການຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ ໃຫ້ອົງການປົກຄອງນະຄອນຫຼວງ ວຽງຈັນ ຊາບ ແລະ ໃຫ້ສົມທົບກັບພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ອົງການປົກຄອງເມືອງ ແລະ ອົງການປົກຄອງບ້ານ ເຜີຍແຜ່ຄໍາສັ່ງສະບັບນີ້ ຢ່າງຮີບດ່ວນ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ.
