ເກີດແຜ່ນດິນໄຫວ ຄວາມແຮງຂະໜາດ 2.9 ຣິກເຕີ ຢູ່ບ້ານປາກຄາ ເມືອງຫຼວງນ້ຳທາລາຍງານສະພາບການເກີດແຜ່ນດິນໄຫວ
ໃນຄັ້ງວັນທີ 17 ມັງກອນ 2023, ເວລາ 16:43 ໂມງ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ
ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 01 ຄັ້ງ, ໃນບໍລິເວນ ແຂວງ ຫຼວງນໍ້າທາ ລາຍລະອຽດຂອງການເກີດແຜ່ນດິນໄຫວ
ມີຄືດັ່ງລຸ່ມນີ້: ໃນເວລາ 16:43:51, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງເສັ້ນຂະໜານທີ່ 21.096°N ແລະ
ເສັ້ນແວງທີ່ 101.474°E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.9 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 5 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ບ້ານ ປາກຄາ,
ເມືອງ ຫຼຼວງນໍ້າທາ ແຂວງ ຫຼວງນໍ້າທາ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ຫຼວງນໍ້າທາ ປະມານ 17 Km.
.
ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.